13 Aug
13Aug

ກວດພົບການສໍ້ລາວບັງຫລວງຂອງສະ­ມາ­ຊິກພັກຈ່ຳນວນຫນຶ່ງທັງສວຍໃຊ້ໜ້າ­ທີ່ເພື່ອຜົນປະ­ໂຫຍດສ່ວນຕົວ.

    ການສໍ້ລາດບັງຫລວງໃນປະເທດເຮົາຍັງເກີດຂື້ນເລື້ອຍໆ ເກືອບວ່າຈະເປັນເລື່ອງປົກກະຕິໄປສາແລ້ວໃນຫລາຍໆອົງກອນຂອງ ສປປ ລາວ ເຮົາ, ຂັ້ນນ້ອຍກິນນ້ອຍຂັ້ນໃຫຍ່ກິນຫລາຍຕາມລຳດັບຂອງໜ້າທີ່ຕ່ຳແໜ່ງ ສຳລັບບຸກຄົນບາງກຸ່ມ, ການເອົາວຽກໃຫ້ກັນໄດ້ຄ່ານ້ຳຄ່າໃນນຳກັນເຮັດໃຫ້ການພັດທະນາປະເທດບໍ່ໄດ້ຄຸນນະພາບ ແລະ ໄປຊ້າ.
ກອງປະ­ຊຸມວຽກງານກວດ­ກາທະ­ນາ­ຄານແຫ່ງ ສປປ ລາວໄດ້ ຈັດຂຶ້ນວັນທີ 7 ສິງ­ຫາ 2020 ທີ່ສະຖາບັນການທະ­ນາ­ຄານ ໂດຍເປັນປະ­ທານຂອງທ່ານ ສອນໄຊ ສິດພະໄຊ ຜູ້ວ່າ­ການທະ­ນາ­ຄານແຫ່ງ ສປປ ລາວ, ຄະ­ນະກວດ­ກາພັກ ທຫລ ໄດ້ລາຍງານການເຄື່ອນ ໄຫວວຽກງານກວດ­ກາ ທຫລ ໄລ­ຍະ 1 ປີ­ຜ່ານ­ມາ ແລະ ທິດທາງແຜນ­ການປີ 2020 ເພື່ອເຮັດໃຫ້ການ­ເຄື່ອນ­ໄຫວວຽກງານຂອງແຕ່ລະພາກ­ສ່ວນຮັບ­ປະ­ກັນຄວາມຖືກ­ຕ້ອງ ແລະ ສອດ­ຄ່ອງຕາມພາ ລະບົດ­ບາດທີ່ກຳ­ນົດໄວ້ ເຊິ່ງໃນປີ 2019 ສາ­ມາດຈັດຕັ້ງປະ­ຕິ­ບັດສຳ­ເລັດຕາມແຜນ­ການທີ່ວາງໄວ້ທັງໝົດ 16 ເປົ້າໝາຍ.
ພາບ: laophattananews.com
    ຈາກການດຳ­ເນີນການຕິດ­ຕາມກວດ­ກາປົກ­ກະ­ຕິ ແລະ ກວດ­ກາສະ­ເພາະກິດ ສາ­ມາດພົບເຫັນບັນ­ດາພຶດ­ຕິກຳການສໍ້ລາດບັງຫຼວງຂອງສະ­ມາ­ຊິກພັກ-ພະ­ນັກ­ງານຈຳ­ນວນຫຼາຍສົມ­ຄວນ ສ່ວນຫຼາຍແມ່ນການສວຍໃຊ້ໜ້າ­ທີ່ຄວາມຮັບ­ຜິດ­ຊອບເພື່ອຫາຜົນປະ­ໂຫຍດສ່ວນຕົວ ເຊິ່ງເກີດຂຶ້ນໃນຂົງ­ເຂດທະ­ນາ­ຄານທຸ­ລະກິດລັດ ແລະ ທະ­ນາ­ຄານສະ­ເພາະກິດເປັນສ່ວນໃຫຍ່.
ບັນ­ຫາທີ່ພົ້ນເດັ່ນກວ່າໝູ່ ແມ່ນການປອມແປງເອ­ກະ­ສານເພື່ອຖອດເອົາເງິນໃນບັນ­ຊີເງິນຝາກປະ­ຈຳຂອງລູກຄ້າ ຮັບເງິນຈາກລູກຄ້າແລ້ວບໍ່ມອບເຂົ້າບັນ­ຊີ ລັກເອົາເງິນໃນຄັງມາໃຊ້ຈ່າຍສ່ວນຕົວ ແລະ ຮຽກ­ຮ້ອງຜົນປະ­ໂຫຍດຈາກລູກຄ້າ.
ນອກ­ຈາກນັ້ນ ພະ­ນັກ­ງານຂັ້ນຊີ້ນຳ-ນຳ­ພາບາງຂົງ­ເຂດ ຍັງຖືກເບົາຕໍ່ການຕິດ­ຕາມກວດ­ກາພະ­ນັກ­ງານໃນຄວາມຮັບ­ຜິດ­ຊອບຂອງຕົນ ຈຶ່ງກໍ່ ໃຫ້ເກີດມີປາ­ກົດ­ການຫຍໍ້­ທໍ້ເກີດຂຶ້ນຢ່າງຫຼວງ­ຫຼາຍ ແລະ ສ້າງຜົນເສຍຫາຍໃຫ້ຂະ­ແໜງ­ການທະ­ນາ­ຄານຢ່າງມະ­ຫາ­ສານ.
ກວດພົບພືດຕິກຳສໍ້ລາດບັງຫລວງຂອງສະມາຊິກພັກຈ່ຳນວນໜຶ່ງ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido



ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING