12 Jul
12Jul

ມາຮູ້ຈັກຄຳວ່າ ກວດ ແລະ ກວາດ ທີ່ຫລາຍຄົນມັກຫລົງກັນ.

ໃນພາສາລາວ ມີຫລາຍໆຄຳທີ່ອອກສຽງຄ້າຍຄືກັນ ລວມທັງຄວາມໝາຍກໍໃກ້ຄຽງກັນ ແລະ ເວລານຳໄປໃຊ້ກໍຫລາຍຕໍ່ຫລາຍຂື້ນ ແຕ່ລະເຂດ, ແຕ່ລະແຂວງ ແລະ ແຕ່ລະພາກຂອງປະເທດລາວ, ລວມທັງຍັງມີບັນດາຊົນເຜົ່າບາງຄົນທີ່ເວົ້າພາສາລາວບໍ່ຄອຍແຈ້ງນຳອີກ, ເວລາເວົ້າອອກສຽງຜິດພາດໄປເລັກນ້ອຍກໍຈະກາຍເປັນອີກຄຳໜຶ່ງໂລດ ເຊິ່ງການສະຕົວອັກສອນກໍອາດຕ່າງກັນໄປ ແລະ ລວມທັງຄວາມໝາຍກໍຕ່າງໄປອີກ.

DooDiDo

ໃນຕອນນີ້ເຮົາຈະມາເວົ້າເຖິງຄຳວ່າ ກວດ ແລະ ກວາດ ທີ່ມີຄວາມໝາຍ ແລະ ການສະກົດຄຳທີ່ແຕກຕ່າງກັນພຽງເລັກນ້ອຍ ແລະ ພົບເຫັນຫລາຍໆຄົນມັກໃຊ້ສະຫລັບສັບປ່ຽນກັນໄປມີທັງຖືກແດ່, ຜິດແດ່ ແລະ ເຮັດໃຫ້ຜິດຄວາມໝາຍຂອງຄຳທີ່ແທ້ຈິງຂອງຄຳສອງຄຳນີ້, ເພື່ອເຮັດໃຫ້ຫລາຍໆຄົນເຂົ້າໃຈສອງຄຳນີ້ ທັງສຳນວນສຽງເວົ້າ ແລະ ຄວາມໝາຍຂອງມັນ, ຈະຂໍອິງຕາມຫລັກການໄວຍາກອນໃນພາສາລາວມາອະທິບາຍ ແລະ ລົມເປັນຫົວຂໍ້ໃຫ້ເຂົ້າໃຈ ລະຫວ່າງ ພາສາລາວ ຄຳທີ່ວ່າ ກວດ ແລະ ກວາດ ດັ່ງນີ້.

ຄຳວ່າ: ກວດ.
ຄຳນີ້ເປັນຄຳກຳມະ ເຊິ່ງມີຄວາມໝາຍວ່າ ເບິ່ງໃຫ້ຖີ່ຖ້ວນເພື່ອໃຫ້ຮູ້ວ່າອັນໃດຖືກອັນໃດຜິດ, ອັນໃດດີອັນໃດບໍ່ດີ, ກວດກາເບິ່ງເພື່ອການພິຈາລະນາໃຫ້ຖືກຕ້ອງ, ເບິ່ງຄວາມເປັນລະບຽບຕ່າງໆ.
ຕົວຢ່າງ:
ມື້ນີ້ ອາຈານ ຈະກວດກາຄວາມເປັນລະບຽບຂອງນັກຮຽນໃນຫ້ອງເດີ.
ເຈົ້າຈະເດີນທາງໄກ ເຈົ້າເອົາລົດໄປໃຫ້ນາຍຊ່າງເພີນກວດເບິ່ງລົດແລ້ວຫວາ.
ລູກເອີຍ! ອອກຈາກເຮັດກວດເບິ່ງຟືນເບິ່ງໄຟແດ່ເດີ.

ພາສາລາວຄຳວ່າ ກວດ ແລະ ກວາດ ທີ່ຫລາຍຄົນມັກຫລົງກັນ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido

ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING