ກອງທຶນຫຼຸດຜ່ອນຄວາມທຸກຍາກສົ່ງເສີມໂພຊະນາການ ຢູ່ 4 ແຂວງ ພາກເໜືອ.
ເນືອງຈາກຫລາຍໆເຂດໃນປະເທດລາວຍັງມີຄວາມຂາດເຂີນຫລາຍດ້ານໂດຍສະເພາະແມ່ນເຂດນອກຕົວເມືອງຂອງບັນດາແຂວງຕ່າງໆ ແລະ ຍັງຂາດຄວາມເຂົ້າໃຈຮັບຮູ້ໃນເລື່ອງໂພຊະນາການ ເນື່ອງຈາກຄວາມຂາດເຂີນທຸກຍາກຂອງປະຊາຊົນເຂດຊົນນະບົດ ແລະ ຊອກຫລີກເຮັດໃຫ້ການເຂົ້າເຖິງຂໍ້ມູນຫຍຸ້ງຍາກ ແລະ ການໃຊ້ຊິວິດຊອກຢູ່ຫາກິນໄປແຕ່ລະມື້ເຮັດໃຫ້ຂາດຄວາມເອົາໃຈໃສ່ເລື່ອງນີ້. ຕາມການລາຍງານຂອງແຫລ່ງຂ່າວ ວຽງຈັນທາຍ ໃຫ້ຮູ້ວ່າ: ກອງທຶນຫຼຸດຜ່ອນຄວາມທຸກຍາກ(ທລຍ), ກະຊວງ ກະສິກໍາ ແລະ ປ່າໄມ້ ໄດ້ມີການຈັດຕັ້ງປະຕິບັດໂຄງການ ປັບປຸງຊີວິດການເປັນຢູ່ ສົ່ງເສີມໂພຊະນາການ ຢູ່ 481 ບ້ານ, 12 ເມືອງ ຢູ່ແຂວງ ຜົ້ງສາລີ, ຫົວພັນ, ອຸດົມໄຊ ແລະ ຊຽງຂວາງ, ທີ່ມີບັນຫາໂພຊະນາ ການ ແລະ ຄວາມທຸກຍາກສູງ ໃນໄລຍະປີ 2020-2024.
ພາບ: ທລຍ ກອງທຶນຫຼຸດຜ່ອນຄວາມທຸກຍາກ ຈຶ່ງໄດ້ຈັດກອງປະຊຸມແນະນໍາ ແລະ ຝຶກອົບຮົມໂຄງການປັບປຸງຊີວິດການເປັນຢູ່ ສົ່ງເສີມໂພຊະນາການ ຂຶ້ນໃນລະຫວ່າງວັນທີ 1-13 ກັນຍາ 2020 ທີ່ ແຂວງຊຽງຂວາງ.ຊຶ່ງຈຸດປະສົງຂອງກອງປະຊຸມດັ່ງກ່າວ ແມ່ນແນໃສ່ໃຫ້ບັນດາພະນັກງານຂອງໂຄງການ, ໂດຍສະເພາະແມ່ນພະນັກງານຂັ້ນບ້ານໄດ້ມີຄວາມຮັບຮູ້ເຂົ້າໃຈເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລັດຖະບານ ໃນການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ຄວາມຮູ້ທາງດ້ານວິຊາການກ່ຽວກັບ ການປັບປຸງຊີວິດການເປັນຢູ່ ສົ່ງເສີມໂພຊະນາການ ໃນຂອບຂອງໂຄງການ ເພື່ອນໍາໄປຈັດຕັ້ງປະຕິບັດຢູ່ບ້ານ.
ນອກນັ້ນ ຍັງໄດ້ແລກປ່ຽນບົດຮຽນກ່ຽວກັບໂຄງການ ປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການຮ່ວມກັບອົງການປົກຄອງ ແລະ ຂະແໜງການ ແນໃສ່ປັບປຸງຂອດປະສານງານກັບບັນດາໂຄງການຢູ່ໃນພື້ນທີ່ດຽວກັນໃຫ້ຈັດຕັ້ງປະຕິບັດ ເປັນເອກະພາບໄປລວງດຽວກັນ ຮັບປະກັນການເຂົ້າຮ່ວມຂອງທຸກຂະແໜງການ ກໍຄືຄວາມເປັນເຈົ້າການຂອງຊຸມຊົນ, ເພື່ອເປັນການຕີລາຄາຖອດຖອນບົດຮຽນເບື້ອງຕົ້ນ ໃນການເລີ່ມຕົ້ນຈັດຕັ້ງປະຕິບັດໂຄງການໄລຍະ 6 ເດືອນຜ່ານມາ ແລະ ເອກະພາບ ທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ 2020.
ທລຍ ຈັດຕັ້ງປະຕິບາຍໂຄງການສົ່ງເສີມໂພຊະນາການຢູ່ພາກເໜືອ.ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido.
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์