25 Jun
25Jun

ປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 23.

ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ໄດ້ນໍາພາຄະນະເຂົ້າຮ່ວມກອງປະຊຸມສະພາປະຊາຄົມວັດທະນະທໍາ-ສັງຄົມອາຊຽນ ຄັ້ງທີ 23 ໃນວັນທີ 23 ມິຖຸນາ 2020, ເຊ່ິງເປັນກອງປະຊຸມທາງໄກ ໃນຫົວຂໍ້ ການສ້າງປະຊາຄົມອາຊຽນທ່ີ “ໜຽວແໜ້ນ ແລະ ຕອບສະໜອງຕໍ່ສະພາບການ”.
ໂດຍການເປັນປະທານຂອງທ່ານ ດ່າວ ງອກ ຢຸງ ລັດຖະມົນຕີກະຊວງ ແຮງງານ, ນັກຮົບເສຍອົງຄະ ແລະ ສັງຄົມ ແຫ່ງ ສສ ຫວຽດນາມ ລວມທັງເລຂາທິການໃຫຍ່ອາຊຽນ ແລະ ບັນດາທ່ານລັດຖະມົນຕີວັດທະນະທໍາ-ສັງຄົມອາຊຽນ.
ໂອກາດນີ້, ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍມາຍັງລັດຖະບານ ແຫ່ງ ສສ ຫວຽດນາມ ທີ່ໄດ້ມີຂໍ້ລິເລີ່ມ ແລະ ຈັດກອງປະຊຸມທີ່ສໍາຄັນຄັ້ງນີ້, ພ້ອມສະແດງຄວາມເສ້ົາເສຍໃຈ ແລະ ເຫັນໃຈຢ່າງສຸດຊ້ຶງມາຍັງລັດຖະບານ ແລະ ປະຊາຊົນບັນດາປະເທດອາຊຽນ ທີ່ໄດ້ສູນເສຍຊີວິດ ແລະ ຖືກຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ທີ່ໄດ້ເລີ່ມລະບາດຕ້ັງແຕ່ທ້າຍປີ 2019 ແລະ ໄດ້ສືບຕໍ່ລຸກລາມໄປຍັງຫລາຍປະເທດໃນທົ່ວໂລກ, ລວມທັງບັນດາປະເທດອາຊຽນຂອງພວກເຮົາເຊ່ິງມັນໄດ້ກາຍເປັນໄພຄຸກຄາມ ແລະ ຂົ່ມຂູ່ຕໍ່ຊີວິດຂອງປະຊາກອນ, ຕໍ່ການພັດທະນາເສດຖະກິດ-ສັງຄົມ, ສະຖຽນລະພາບ ແລະ ຄວາມສະຫງົບປອດໄພຂອງໂລກ.
ພາບ: medialaos.com
ປັດຈຸບັນມັນກາຍເປັນບັນຫາທ່ີເໜືອຄວາມອາດສາມາດພາຍໃນຂອງປະເທດໃດໜຶ່ງທີ່ຈະແກ້ມັນໄດ້ພຽງຝ່າຍດຽວ. ສະນ້ັນ, ຈ່ຶງມີຄວາມຈໍາເປັນທ່ີອາຊຽນຈະຕ້ອງໄດ້ມາຮ່ວມກັນເພ່ືອແລກປ່ຽນແນວທາງ ແລະ ປະສົບການແກ້ໄຂບັນຫາສໍາຄັນໃນການປ້ອງກັນ, ຄວບຄຸມ ແລະ ຈໍາກັດພະຍາດດ່ັງກ່າວ; ພ້ອມກັນກໍານົດແຜນການຮ່ວມມື ແລະ ການປະຕິບັດງານໃຫ້ສອດຄ່ອງໃນປັດຈຸບັນ ກໍຄືໄລຍະຍາວເພ່ືອຮັບປະກັນໃຫ້ທ່ວງທັນກັບສະພາບການ.ໃນລະຫວ່າງກອງປະຊຸມ, ທ່ານລັດຖະມົນຕີ ໄດ້ສະແດງຄວາມເປັນເອກະພາບສູງຕໍ່ ສສ ຫວຽດນາມໃນການສະເໜີ “ຖະແຫລງການວ່າດ້ວຍການພັດທະນາຊັບພະຍາກອນມະນຸດ ເພື່ອຮອງຮັບການປ່ຽນແປງອາຊີບທ່ີເກີດຂ້ຶນໃໝ່ໃນອະນາຄົດ ” ແລະ ເຊື້ອໝັ້ນວ່າຖະແຫລງການດັ່ງກ່າວ ຈະເອື້ອອໍານວຍທາງດ້ານກາລະໂອກາດຫລາຍຂ້ຶນໃຫ້ກັບອາຊຽນໃນການສ້າງຜົນປະໂຫຍດລວມ ແລະ ນາໍມາເຊິ່ງຜົນປະໂຫຍດອັນສະເພາະໃຫ້ແກ່ປະຊາຊົນແຕ່ລະປະເທດອາຊຽນ, ເວົ້າສະເພາະແມ່ນການຮ່ວມມືໃນຂະແໜງການແຮງງານ ແລະ ສຶກສາທິການ.
ປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນຄັ້ງທີ23 ແບບທາງໄກ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING