02 Jul
02Jul

ກອງປະຊຸມສະພາແຫ່ງຊາດປິດລົງຢ່າງຈົບງາມ ພ້ອມ 4 ມະຕິສຳຄັນຂອງຊາດ.

    ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII ໄດ້ດຳເນີນມາເປັນເວລາ ກວ່າ 6 ວັນ (ນັບແຕ່ວັນທີ 24 ມິຖຸນາ ຫາ 2 ກໍລະກົດ) ແລະ ໃນທີ່ສຸດກໍ່ໄດ້ປິດລົງດ້ວຍຜົນສຳເລັດຈົບງາມ ທີ່ຫໍສະພາແຫ່ງຊາດຫຼັກ 6 ໂດຍການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ໂດຍການໃຫ້ກຽດເຂົ້າຮ່ວມຂອງພະນະທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ.
ໃນກອງປະຊຸມຄັ້ງນີ້ຍັງມີບັນດາທ່ານການນໍາອາດີດການນໍາຂັ້ນສູງຂອງພັກ-ລັດ, ບັນດາທ່ານພະນັກງານປະຕິວັດອາວຸໂສ, ບັນດາທ່ານສະມາຊິກສະພາແຫ່ງຊາດ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ທ່ານຜູ້ຕາງໜ້າຈາກພາກສ່ວນຕ່າງໆເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດນີ້ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມມີບາງຕອນວ່າ ກອງປະຊຸມຄັ້ງນີ້ໄດ້ພິຈາລະນາຄົ້ນຄວ້າ ແລະ ຮັບຮອງ ເອົາ 4 ມະຕິສຳຄັນໃນກອງປະຊຸມຄັ້ງນີ້ ມີດັ່ງນີ້.
ພາບ: laoedaily.com.la
1. ມະຕິວ່າດ້ວຍການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 5 ເດືອນ, ຄາດຄະເນ 6 ເດືອນຕົ້ນປີ 2020 ແລະ ແຜນດັດແກ້ບັນດາຄາດໝາຍເສດຖະກິດມະຫາພາກ, ການຄ້າ, ການລົງທຶນ, ງົບປະມານ ແລະ ເງິນຕາ ໃນ 6 ເດືອນທ້າຍປີ 2020. ກອງປະຊຸມສະແດງຄວາມຊົມເຊີຍມາຍັງລັດຖະບານ ທີ່ໄດ້ເອົາໃຈໃສ່ຊີ້ນໍາ ແລະ ຈັດຕັ້ງຜັນຂະຫຍາຍ ບັນດາມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ ໂຄວິດ 19 ຢູ່ພາຍໃນປະເທດໄດ້ຢ່າງທັນການ ແລະ ມີປະສິດທິຜົນ.
ກອງປະຊຸມສະພາແຫ່ງຊາດສະໄໝທີ່ 9 ສິ້ນສຸດລົງຢ່າງຈົບງາມ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING