12 Jul
12Jul

8 ຂໍ້ ຄຸ້ມຄອງສັດນ້ຳ – ສັດປ່າ! ຮຽກຮ້ອງທົ່ວສັງຄົມເປັນເຈົ້າການ.

    ເນືອງຈາກສັດປ່າໃນປະເທດເຮົາເລີມລົດນ້ອຍຖອຍລົງເລື້ອຍໆອັນມາຈາກການຈູດປ່າ ລ່າສັດ ແລະ ຫລາຍໆຢ່າງ, ເພື່ອໃຫ້ການຄຸ້ມຄອງສັດນ້ຳ, ສັດປ່າ ໃຫ້ມີຄວາມຍືນຍົງ ເນື່ອງໃນວັນປ່ອຍປາ ແລະ ອະນຸຮັກສັດນ້ຳ ແລະ ສັດປ່າແຫ່ງຊາດ, ກະຊວງກະສິກໍາ ແລະ ປ່າໄມ້ ( ກປ ) ໄດ້ອອກ 8 ຂໍ້ຫ້າມອະນຸຮັກສັດນ້ຳ ແລະ ສັດປ່າ ເພື່ອນຳໄປຈັດຕັ້ງປະຕິບັດ ຫາກລະເມີດປະຕິບັດໂທດຕາມກົດໝາຍ.

ພາບ: laoedaily.com.la 

    ກະຊວງ ກປ ໄດ້ອອກຄຳສັ່ງ ເລກທີ 0682/ກປ,ນວ ວັນທີ 10 ມິຖຸນາ 2020 ກ່ຽວກັບການສ້າງຂະບວນການປົກປັກຮັກສາ ແລະ ພັດທະນາສັດນ້ຳ ແລະ ສັດປ່າ ເນື່ອງໃນໂອກາດວັນປ່ອຍປາ ແລະ ອະນຸຮັກສັດນ້ຳ ແລະ ສັດປ່າແຫ່ງຊາດ ວັນທີ 13 ກໍລະກົດ 2020 ເຖິງທ່ານຫົວໜ້າຫ້ອງການ, ກົມ ແລະ ສະຖາບັນອ້ອມຂ້າງກະຊວງ ກປ, ພະແນກ ກປ ແຂວງ ແລະ ນະຄອນຫຼວງວຽງຈັນ ( ນວ ) ວ່າ:

    ຊຸມປີຜ່ານມາ ການຈັດຕັ້ງແຕ່ລະຂັ້ນໄດ້ເປັນເຈົ້າການຈັດກິດຈະກຳປ່ອຍປາລົງໃສ່ອ່າງເກັບນ້ຳ, ໜອງ ແລະ ສາຍນ້ຳທຳມະຊາດ ພ້ອມທັງມີການແຕ່ງຕັ້ງຄະນະກຳມະການຄຸ້ມຄອງການປະມົງປະຈຳພື້ນທີ່, ກຳນົດເຂດວັງສະຫງວນໄປຄວບຄູ່ກັບການອອກລະບຽບການຄຸ້ມຄອງ, ວາງມາດຕະການຫ້າມລ່າສັດປ່າ, ຫາປາໃນລະດູວາງໄຂ່ ຫຼື ການຂະຫຍາຍພັນຂອງສັດນ້ຳ ແລະ ສັດປ່າ ຕິດພັນກັບການສະກັດກັ້ນການຄ້າຂາຍສັດນ້ຳ ແລະ ສັດປ່າ ປະເພດຫວງຫ້າມ ແລະ ອື່ນໆ ອັນໄດ້ປະກອບສ່ວນເຂົ້າໃນການອະນຸຮັກ, ປົກປັກຮັກສາ ແລະ ນຳໃຊ້ສັດນ້ຳ ແລະ ສັດປ່າ ຕາມທິດຍືນຍົງ.

ແຕ່ຄຽງຄູ່ກັນນັ້ນ, ກໍຍັງມີປາກົດການຫຍໍ້ທໍ້ເກີດຂຶ້ນຢ່າງແຜ່ຫຼາຍ ເຊັ່ນ: ການນໍາໃຊ້ອາວຸດ ແລະ ເຄື່ອງມືແບບດັບສູນເຂົ້າໃນການລ່າເນື້ອ, ຫາປາ, ຄ້າຂາຍສັດນ້ຳ ແລະ ສັດປ່າ ປະເພດຫວງຫ້າມ ( ບັນຊີ I ) ແລະ ປະເພດຄຸ້ມຄອງ ( ບັນຊີ II ).

8 ຂໍ້ ຄຸ້ມຄອງສັດນ້ຳ – ສັດປ່າ! ຮຽກຮ້ອງທົ່ວສັງຄົມເປັນເຈົ້າການ


ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido

ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING