08 Aug
08Aug

ການຂະຫຍາຍຕົວຂອງເສດຖະກິດຍັງມີປັດໄຈສ່ຽງຈາກຜົນກະທົບໂຄວິດ – 19.

    ຈາກການລະບາດຂອງພະຍາດໂຄວິດ – 19 ໄດ້ສົ່ງຜົນກະທົບຮ້າຍແຮງຕໍ່ເສດຖະກິດໂລກ ພາກພື້ນອາຊີ ແລະ ປະເທດລາວເອງຫຼາຍກວ່າທີ່ຄາດການໄວ້ ເຊິ່ງທະນາຄານພັດທະນາອາຊີໄດ້ປັບຫຼຸດອັດຕາການເຕີບໂຕເສດຖະກິດຂອງບັນດາປະເທດໃນພາກພື້ນອາຊີ ໃນປີ 2020 ລົງມາເປັນ 0,1%.  ການຟື້ນຕົວທາງດ້ານເສດຖະກິດຂອງຫຼາຍປະເທດ ຈະເຮັດໃຫ້ເກີດມີຄວາມຕ້ອງການສິນຄ້າປະເພດອຸດສາຫະກໍາ ແລະ ໂລຫະໃນຕະຫຼາດໂລກເພີ່ມສູງຂຶ້ນ ສົ່ງຜົນໃຫ້ລາຄາສິນຄ້າເຫຼົ່ານີ້ເລີ່ມມີທ່າອ່ຽງເພີ່ມຂຶ້ນ. ສ່ວນລາຄາສິນຄ້າປະເພດກະສິກໍາໂດຍລວມເຫັນວ່າມີທ່າອ່ຽງເພີ່ມຂຶ້ນເຊັ່ນກັນ ເຊິ່ງເປັນຜົນດີຕໍ່ການສົ່ງອອກສິນຄ້າປະເພດກະສິກໍາຂອງລາວ. ແຕ່ການແຂງຄ່າຂອງເງິນບາດໄທ ອາດເປັນເງື່ອນໄຂໜຶ່ງເພີ່ມ ຄວາມກົດດັນຕໍ່ຄ່າເງິນກີບ ຈະສົ່ງຜົນເຮັດໃຫ້ລາຄາສິນຄ້ານໍາເຂົ້າຈາກໄທ ເພີ່ມສູງຂຶ້ນກະທົບຕໍ່ອັດຕາເງິນເຟີ້ຂອງລາວ.

    ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ໄດ້ອອກບົດປະເມີນສະພາບເສດຖະກິດມະຫາພາກຂອງ ສປປ ລາວ 6 ເດືອນຕົ້ນປີ 2020 ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ – 19 ປະຈຳເດືອນກໍລະກົດ 2020 ໂດຍລະບຸວ່າ: ການລະບາດຂອງພະຍາດໂຄວິດ – 19 ໄດ້ສົ່ງຜົນກະທົບຮ້າຍແຮງຕໍ່ເສດຖະກິດໂລກ ກໍຄືພາກພື້ນຫຼາຍກວ່າທີ່ຄາດການໄວ້.

    ອີງຕາມການຄາດຄະເນຂອງກອງທຶນການເງິນລະຫວ່າງປະເທດ ( IMF ), ເສດຖະກິດໂລກໃນປີ 2020 ຄາດວ່າຈະຖົດຖອຍເປັນ -4,9% ໂດຍປັບຫຼຸດລົງຕື່ມອີກ 1,9% ຈາກທີ່ຄາດຄະເນໄວ້ໃນເດືອນເມສາ 2020 ທີ່ -3%. ສ່ວນທະນາຄານພັດທະນາອາຊີ ( ADB ) ກໍໄດ້ປັບຫຼຸດອັດຕາການເຕີບໂຕເສດຖະກິດຂອງບັນດາປະເທດໃນພາກພື້ນອາຊີໃນປີ 2020 ລົງມາເປັນ 0,1% ໂດຍປັບລົງຈາກອັດຕາທີ່ຄາດຄະເນໃນເດືອນເມສາ ທີ່ 2,2% ເຊິ່ງເປັນອັດຕາການເຕີບໂຕທີ່ຕໍ່າທີ່ສຸດ ນັບແຕ່ປີ 1961 ເປັນຕົ້ນມາ.
ໂຄວິດມີຜົນກະທົບຕໍ່ການຂາຍຫຍາຍຕົວຂອງເສດຖະກິດ


ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido

ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING