23 Aug
23Aug

ການຂຶ້ນທະບຽນຍານພາຫະນະ ຢູ່ ລາວ ແຕ່ລະປີເພີ່ມຂຶ້ນປະມານ 14%.

ດັ່ງທີ່ເຫັນກັນຢູ່ໃນປະຈຸບັນນີ້ລົດໃນ ສປປ ລາວ ເຮົາ ຫາກໄປເບິ່ງແຖວຕະຫລາດເຊົ້າເກືອບວ່າບໍ່ມີບ່ອນຈອດແລ້ວ ແລະ ເນື່ອງຈາກລາຄາລົດ ແລະ ສິ່ງອຳນວຍຄວາມສະດວກໃນການຊື້ລົດມີຫລາກຫລາຍວິທີຂື້ນ, ບໍ່ວ່າຈະເປັນການດາວກັນຜ່ອນເປັນເດືອນໆຕາມອັດຕາດອກເບ້ຍໃນແຕ່ລະບ່ອນເຮັດໃຫ້ປະຊາຊົນມີເງິນນ້ອຍເງິນຫລາຍກໍ່ສາມາດຊື້ລົດໄດ້ສະດວກຫລາຍກວ່າແຕ່ກ່ອນ.

ດັ່ງນີ້ຕາມລາຍງານຂອງຂ່າວສານປະເທດລາວລາຍງານວ່າ: ການຄຸ້ມຄອງຍານພາຫະນະທາງບົກ ຢູ່ ສປປ ລາວ ໃນໄລຍະຜ່ານມາ ແມ່ນມີບາດກ້າວຂະຫຍາຍຕົວຢ່າງວ່ອງໄວ, ຊຶ່ງສະແດງອອກໃນສະຖິຕິ ການຂຶ້ນທະບຽນຍານພາຫະນະໃນແຕ່ລະປີ ເພີ່ມຂຶ້ນປະມານ 14%. ໄປຄຽງຄູ່ກັນນີ້, ພວກເຮົາກໍໄດ້ສ້າງນິຕິກໍາໃຕ້ກົດໝາຍຈໍານວນໜຶ່ງ ເຂົ້າໃນການຄຸ້ມຄອງຍານພາຫະນະທາງບົກ ໄດ້ເປັນເງື່ອນໄຂໃຫ້ແກ່ການຈັດຕັ້ງປະຕິບັດວຽກງານ ຍານພາຫະນະທາງບົກ ປະສົບຜົນສໍາເລັດເປັນກ້າວໆມາ ໂດຍສະເພາະການນໍາເຂົ້າ, ຜະລິດ, ປະກອບ, ຂຶ້ນທະບຽນ, ກວດ ກາເຕັກນິກ ແລະ ນໍາໃຊ້ໃນ ສປປ ລາວ.

ພາບ: laopost.com

ເຖິງຢ່າງໃດກໍຕາມ ນິຕິກໍາໃຕ້ກົດໝາຍກ່ຽວກັບຍານພາຫະນະທາງບົກໃນປັດຈຸບັນ ຍັງບໍ່ທັນຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການ ຂອງການຂະຫຍາຍຕົວກ່ຽວກັບວຽກງານຍານພາຫະນະທາງບົກ ບໍ່ທັນສອດຄ່ອງ ແລະ ແທດເໝາະກັບສະພາບການຂະຫຍາຍຕົວ ທາງດ້ານເສດຖະກິດ-ສັງຄົມ ຂອງປະເທດເຮົາໃນໄລຍະໃໝ່.

ຂໍ້ມູນດັ່ງກ່າວ ໄດ້ຮັບການລາຍງານຈາກ ທ່ານ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໃນກອງປະຊຸມກວດກາ ຄວາມສອດຄ່ອງທາງດ້ານກົດໝາຍຕໍ່ຮ່າງກົດໝາຍ ວ່າດ້ວຍຍານພາຫະນະທາງບົກ ເມື່ອທ້າຍອາທິດທີ່ຜ່ານມາ ແລະ ທ່ານຍັງໃຫ້ຮູ້ອີກວ່າ:

ອີງໃສ່ການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມໃນປັດຈຸບັນ ເຫັນວ່າການຄຸ້ມຄອງຍານພາຫະນະ ຍັງບໍ່ທັນແທດເໝາະກັບສະພາບຕົວຈິງ ໂດຍສະເພາະ ແມ່ນການນໍາເຂົ້າ, ຈໍາໜ່າຍ, ຂຶ້ນທະບຽນ, ກວດກາເຕັກນິກ, ຊົມໃຊ້, ຜະລິດ, ປະກອບ, ກໍານົດມາດຕະຖານເຕັກນິກດ້ານຄວາມປອດໄພ ແລະ ເປັນມິດຕໍ່ສິ່ງແວດລ້ອມ, ພ້ອມທັງລະບົບການຢັ້ງຢືນດ້ານມາດຕະຖານເຕັກນິກ ຍັງບໍ່ທັນປະຕິບັດໄດ້ດີເທົ່າທີຄວນ.

ສປປ ລາວ ຂຶ້ນທະບຽນຍານພາຫະນະແຕ່ລະປີເພີ່ມຂຶ້ນປະມານ 14%.


ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido.


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING