ການຕົບພຣະທາດຊາຍ ປະເພນີລາວທີ່ສຶບທອດມາແຕ່ບູຮານ
“ການຕົບພຣະທາດຊາຍ” ຖືວ່າເປັນປະເພນີທີ່ສຶບທອດມາແຕ່ບູຮານ ເຊິ່ງມີທີ່ມາຈາກ ຫຼັກຖານໃນ “ພຣະໄຕປິດົກ” ທີ່ພັນລະນາເຖິງອະນິສົງທີ່ພຣະໂພທິສັດ ສ້າງພຣະທາດຊາຍເພື່ອຖວາຍເປັນ ພຸດທະບູຊາ, ເຊິ່ງປະເພນີນີ້ກໍຖືວ່າເປັນປະເພນີທີ່ກ່ຽວຂ້ອງກັບ ພຸດທະສາສະໜາໂດຍກົງ ໂດຍຄົນລາວສ່ວນຫຼາຍມັກເຊື່ອມໂຍງປະເພນີນີ້ເຂົ້າກັບຄວາມເຊື່ອເລື່ອງເວນກັມ ໃນພຸດທະສາສະໜາມີການກໍ່ພຣະທາດຊາຍ ເພື່ອຖວາຍແກ່ວັດເພື່ອຖວາຍເປັນພຸດທະບູຊາໃຫ້ເປັນກຸສົນ.
ພາບ: targetlaos.comນອກນັ້ນແລ້ວຍັງເປັນການສ້າງຄວາມສາມັກຄີຂອງຄົນໃນບ້ານອີກດ້ວຍ ປະເພນີນີ້ຈະນິຍົມຈັດຂຶ້ນໃນໄລຍະເທສະການປີໃໝ່ ເຊິ່ງໃນບາງບ້ານອາດຈະຈັດຂຶ້ນໃນປະເພນີບຸນ ບຸນຄຸນເຂົ້າ ບຸນຄຸນລານ (ມີການເອົາເຂົ້າມາສ້າງເປັນພຣະທາດແລ້ວຖວາຍວັດ) ອັນນີ້ກໍນັບວ່າເປັນການຕົບພຣະທາດຊາຍເຊັ່ນດຽວກັນ ເພາະບໍ່ໄດ້ສ້າງເປັນວັດຖຸສະຖານຖາວອນໃນວັດ ແຕ່ເປັນພຽງພຣະທາດຊົ່ວຄາວ ເພື່ອຄວາມມຸ່ງຫວັງຖວາຍເປັນພຸດທະບູຊາໃນປະເພນີໜຶ່ງໆເທົ່ານັ້ນມີເລື່ອງເລົ່າຈາກຄົນບູຮານວ່າ: ມື້ໜຶ່ງເປັນລະດູຮ້ອນອົບເອົ້າຫຼາຍ ພຣະເຈົ້າປັດເສທິໂກສົນ ໄດ້ຊົງພັກຜ່ອນ ພຣະອິຣິຍາບົດໃຫ້ສະບາຍ ຢູ່ຫາດຊາຍແຄມຝັ່ງແມ່ນໍ້າທີ່ບໍ່ໄກຈາກນະຄອນພໍເທົ່າໃດ ໄດ້ຊົງທອດພຣະເນດເຫັນຊາຍຂາວສະອາດຮາບພຽງດີ ພຣະອົງຈຶ່ງດໍາຣິວ່າ ຄວນເຮັດເປັນຮູບເຈດີຂຶ້ນ ເພື່ອບູຊາ ພຣະຣັດຕະນະໄຕຣ ດີກວ່າທີ່ເຮົາຈະມາຍ່າງຫຼີ້ນໂດຍບໍ່ມີປະໂຫຍດ ເມື່ອພຣະອົງດໍາຣິຈົບລົງ ພຣະອົງກໍຮີບລົງມື ກໍ່ເປັນຮູບເຈດີດ້ວຍພຣະອົງເອງ ພວກບໍຣິວານທັງຫຼາຍທີ່ຕາມສະເດັດກໍລົງມືກໍ່ຕາມໄດ້ດ້ວຍຈົນສໍາເລັດ ເມື່ອເຫັນກໍເປັນທິວທັດອັນງົດງາມ ເກີດມີຄວາມປິຕິຍິນດີເປັນຢ່າງຍິ່ງ ແລະ ກໍໄດ້ແນະນໍາໃຫ້ລູກຫຼານໃນຕະກູນປະຕິບັດສືບຕໍ່ກັນມາ.
ປະຫວັດຄວາມເປັນມາຂອງປະເພນີການຕົບພຣະທາດຊາຍຂອງຄົນລາວຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido ແລະ ເວັບໄຊ doodido.com
น่าดู
UFABET
แทงบอล
ดูบอล
ดูหนัง HD