ການນຳແຂວງຈຳປາສັກຖອດຖອນບົດຮຽນ ໂຄງການລົບລ້າງ ຄວາມທຸກຍາກ
ຕາມການລາຍງານຂອງໜັງສືພິມປະຊາຊົນລາຍງານວ່າ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າ ແຂວງຈຳປາສັກ ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຖອດຖອນບົດຮຽນໂຄງການລຶບລ້າງຄວາມ ທຸກຍາກທີ່ບ້ານປະແນະ ແລະບ້ານຕະຢົງ ເມືອງນອງ ແຂວງສະຫວັນນະເຂດ ເມື່ອວັນທີ 2 ພຶດສະພາ ຜ່ານມາພາບ: pasaxon.org.la
ໃຫ້ກຽດຕ້ອນຮັບຄະນະ ນຳຂັ້ນສູງຂອງແຂວງຈຳປາສັກຄັ້ງ ນີ້ ໂດຍແມ່ນທ່ານ ສັນຕິພາບ ພົມ ວິຫານ ເຈົ້າແຂວງສະຫວັນນະເຂດ, ທ່ານ ລຳແກ້ວ ແສງໜູທອງ ເຈົ້າ ເມືອງໆນອງ ພ້ອມດ້ວຍຄະນະພະ ແນກ ການຕ່າງໆຂອງແຂວງໃຫ້ການຕ້ອນຮັບຢ່າງອົບອຸ່ນ. ທ່ານ ບົວລີ ເພັດສົງຄາມ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງຈຳປາສັກ ໄດ້ໃຫ້ສຳພາດວ່າ: ຈຸດປະສົງທີ່ຄະນະນຳແຂວງຈຳປາສັກ ມາຖອດຖອນບົດ ຮຽນກ່ຽວກັບໂຄງການລຶບລ້າງຄວາມ ທຸກຍາກຊຶ່ງເປັນໂຄງການຂອງນັກ ທຸລະກິດເປັນຜູ້ໃຫ້ທຶນສະໜັບສະ ໜູນຊ່ວຍ ເຫຼືອ ຫຼື ໂຄງການຮ່ວມໃຈສາຍໄຍໂລມາຄຳ ທີ່ແຂວງສະຫວັນນະເຂດຄັ້ງນີ້ ກໍເພື່ອເປັນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງລັດຖະບານເປີດກວ້າງຄັ້ງທີ 1 ປີ 2019 ໃນການດຶງດູດເອົາຜູ້ປະ ກອບການພາຍໃນເຂົ້າຮ່ວມໃນການລຶບລ້າງຄວາມທຸກຍາກຂອງປະຊາ ຊົນ ຜ່ານການມາເບິ່ງຕົວຈິງເຫັນວ່າໂຄງການດັ່ງກ່າວມີປະໂຫຍດ ແລະເປັນບົດຮຽນຫຼາຍ ເນື່ອງຈາກວ່າທາງພາກສ່ວນນັກທຸລະກິດ ກໍໄດ້ລົງເລິກຮອດຄອບຄົວ ໝາຍຄວາມວ່າເກີດຈາກຄວາມຕ້ອງການຂອງປະຊາຊົນໃນການກຳນົດເປົ້າໝາຍກິດຈະກຳບວກກັບໂຄງການຈຸດສຸມຂອງລັດຖະບານ ທີ່ໄດ້ມີການລົງທຶນໃສ່ວຽກງານພັດທະນາພື້ນຖານໂຄງລ່າງໃຫຍ່ໆ ,
ຈຳປາສັກຖອດຖອນບົດຮຽນ ໂຄງການລົບລ້າງ ຄວາມທຸກຍາກຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido
น่าดู: https://doodido.com/
UFABET: https://www.ufabet369.net/ufabet/
แทงบอล: https://www.ufabet369.net/
ดูบอล: https://zonedooball.com/
ดูหนัง HD: https://moviesdoofree.com/