ການຜະລິດອຸດສາຫະກຳ – ຫັດຖະກໍາ ຫຼຸດຄາດໝາຍເຄິງປີທຳອິດ.
ເນືອງຈາກການລະບາດຂອງໂຄວິດເຮັດໃຫ້ໃນ 6 ເດືອນຕົ້ນປີ 2020 ການຜະລິດອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາຂອງ ສປປ ລາວ ປະຕິບັດໄດ້ 42,7% ຂອງແຜນປີ, ທຽບໃສ່ໃນໄລຍະດຽວກັນຂອງປີຜ່ານມາ ຫຼຸດລົງ 4,8% ມູນຄ່າການຈໍລະຈອນສິນຄ້າພາຍໃນ ປະຕິບັດໄດ້ 40,47% ຂອງແຜນການປີ. ຕາມແຫລ່ງຂ່າວເສດຖະກິດການຄ້າໃຫ້ຮູ້ວ່າ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເປີດກອງປະຊຸມ ປະຈຳປີ 2019 ຂອງຂະແໜງອຸດສາຫະກຳ ແລະ ການຄ້າ ຂຶ້ນເມື່ອວັນທີ 30 – 31 ກໍລະກົດ ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ເຊິ່ງຈັດໃນຮູບແບບກອງປະຊຸມທາງໄກ ໂດຍການເປັນປະທານຂອງ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງ ອຄ ມີບັນດາຮອງລັດຖະມົນຕີ, ຫົວໜ້າກົມ, ຫົວໜ້າພະແນກ ອຄ ໃນທົ່ວປະເທດເຂົ້າຮ່ວມ.
ພາບ: laoedaily.com.la ທ່ານ ພູວຽງ ພົງສາ ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງ ອຄ ກ່າວວ່າ: ການຈັດຕັ້ງປະຕິບັດວຽກງານຮອບດ້ານໃນ 6 ເດືອນຕົ້ນປີ 2020 ຂອງຂະແໜງ ອຄ ເຫັນໄດ້ວ່າປະເທດເຮົາປະສົບບັນຫາທາງດ້ານເສດຖະກິດຫຼາຍໆດ້ານ ເປັນຕົ້ນແມ່ນການແຜ່ລະບາດຂອງພະຍາດໂຄວິດ – 19, ສົ່ງຜົນກະທົບຕໍ່ເສດຖະກິດພາຍໃນປະເທດເປັນຕົ້ນດ້ານ ອຄ ກໍໄດ້ຮັບຜົນກະທົບບໍ່ໜ້ອຍເຮັດໃຫ້ບັນດາໂຮງຈັກ, ໂຮງງານ, ບໍລິສັດ, ຫ້າງຮ້ານ, ຊຸບເປີ້ມາເກັດ, ຮ້ານມິນິມາກ, ຕະຫຼາດ, ຮ້ານຄ້າຂາຍ ຍົກ – ຂາຍຍ່ອຍ ແລະ ອື່ນໆ ກໍໄດ້ມີການປິດກິດຈະການ ແລະ ຢຸດການດໍາເນີນການຜະລິດໄວ້ຊົ່ວຄາວ ເຮັດໃຫ້ການຈໍລະຈອນຊື້ – ຂາຍສິນຄ້າ ແລະ ການບໍລິການພົບຄວາມຫຍຸ້ງຍາກ.ໃນນີ້, ມູນຄ່າການຜະລິດອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ປະຕິບັດໄດ້ປະມານ 6.256 ຕື້ກີບ ເທົ່າກັບ 42,7% ຂອງແຜນປີ, ທຽບໃສ່ໃນໄລຍະດຽວກັນຂອງປີຜ່ານມາ ຫຼຸດລົງ 4,8%.
ມູນຄ່າການຈໍລະຈອນສິນຄ້າພາຍໃນ ( ຂາຍຍົກ – ຂາຍຍ່ອຍ ) ຄາດຄະເນປະຕິບັດໄດ້ປະມານ 29.290,47 ຕື້ກີບ ເທົ່າກັບ 40,47% ຂອງແຜນການ, ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາຫຼຸດລົງ -10,25%.
ຫຼຸດຄາດໝາຍ ການຜະລິດອຸດສາຫະກຳ – ຫັດຖະກໍາ ຕົ້ນປີ 2020ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์