22 May
22May

ສປປ ລາວ ເສຍຊີວິດແລ້ວ 2 ຄົນ ຈາກພະຍາດໄຂ້ຍຸງລາຍ

ໃນຂະນະທີ່ຫລາຍຄົນພວມລະມັດລະວັງພະຍາດໂຄວິດ 19 ຢູ່ນັ້ນ ຫລາຍໆອາດຈະລືມປ້ອງກັນພະຍາດອື່ນໆເຊັ່ນໄຂ້ຍຸງ, ການລະບາດຂອງພະຍາດໄຂ້ຍຸງລາຍໃນ ສປປ ລາວ ກໍ່ຍັງສືບຕໍ່ແຜ່ລະບາດໄປໃນທົ່ວປະເທດ ແລະ ມີຜູ່ເສຍຊີວິດໄປແລ້ວ 2 ຄົນ ຢູ່ ນະຄອນຫຼວງວຽງຈັນ ແລະ ແຂວງໄຊຍະບູລີ ເຊິງເຮົາຄວນຈະມີການລະມັດລະວັງ ແລະ ປ້ອງກັນໃຫ້ດີເຊັ່ນກັນ.
ພາບ: rfa.org 
ກົມຄວບຄຸມ­ພະຍາດ ຕິດ­ຕໍ່ ກະ­ຊວງສາ­ທາ­ລະ­ນະສຸກ ໄດ້ລາຍງານໃຫ້ຮູ້ວ່າ: ນັບແຕ່ທ້າຍເດືອນທັນວາ 2019 ຫາ ວັນທີ 18 ພຶດສະພາ 2020, ທົ່ວປະ­ເທດ ໄດ້ມີກໍລະມີຄົນເຈັບ ຈາກພະຍາດໄຂ້­ຍຸງລາຍ 1,234 ກໍລະ­ນີ, ເສຍຊີວິດແລ້ວ 2 ຄົນ.ໃນນັ້ນ ນະຄອນຫຼວງວຽງຈັນ ເປັນອັນດັບໜຶ່ງທີ່ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ 327 ກໍລະນີ ເສຍຊີວິດ 1 ຄົນ, ແຂວງ ອັດຕະປື 184 ກໍລະນີ, ວຽງຈັນ 169 ກໍລະນີ, ຄຳມ່ວນ 93 ກໍລະນີ, ບໍລິຄຳໄຊ 92 ກໍລະນີ, ສະຫວັນນະເຂດ 84 ກໍລະນີ, ສາລະວັນ 77 ກໍລະນີ, ໄຊຍະບູລີ 72 ກໍລະນີ ເສຍຊີວິດ 1 ຄົນ ແລະ ແຂວງອື່ນໆ ເຊິ່ງແຂວງທີ່ຍັງບໍ່ມີການລາຍງານຄົນເປັນໄຂ້ຍຸງລາຍ ແມ່ນແຂວງຫົວພັນ ແລະ ຊຽງຂວາງ.
ສປປ ລາວ ເສຍຊີວິດແລ້ວ 2 ຄົນ ຈາກພະຍາດໄຂ້ຍຸງລາຍ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


น่าดู

UFABET

แทงบอล

ดูบอล

ดูหนัง HD

Comments
* The email will not be published on the website.
I BUILT MY SITE FOR FREE USING