22 May
22May

ແຮງງານລາວ ຢູ່ພາຍ ແລະ ຜູ້ກັບມາຈາກຕ່າງປະເທດອາດຖືກເລີກຈ້າງ

ປະຈຸບັນແຮງງານລາວ ຢູ່ພາຍໃນປະເທດ ແລະ ຜູ້ກັບມາຈາກປະເທດໄທ ອາດຈະພົບບັນຫາດ້ານເສດຖະກິດຄອບຄົວ ເພາະວ່າຖືກເລີກຈ້າງ ຍ້ອນຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19. ຜູ້ປະກອບການຈຳນວນຫຼາຍພາຍໃນປະເທດລວມທັງເຂດເສດຖະກິດພິເສດ ຍັງບໍ່ທັນມີແຜນທິ່ຊັດເຈນໃນການຮັບເອົາແຮງງານລາວກຸ່ມດັ່ງກ່າວເຂົ້າເຮັດວຽກ.
ພາບ: laopost.com
ເຖິງແມ່ນວ່າລັດຖະບານໄດ້ຮ່ວມມືກັບຂະແໜງການທີ່ກ່ຽວຂ້ອງເພື່ອທວງໃຫ້ຜູ້ປະກອບການທຸກຂະແໜງວິຊາຊີບຕ້ອງປະຕິບັດຕາມແຈ້ງການຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ຄະນະສະເພາະກິດ ໃນການຮັບເອົາແຮງງານລາວກຸ່ມດັ່ງກ່າວເຂົ້າເຮັດວຽກນຳບໍລິສັດຂອງຕົນ.
ທ່ານ ນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມພັດທະນາສີມືແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ກ່າວໃນກອງປະຊຸມການຈັດຫາງານ ໃຫ້ຜູ້ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ທີ່ຈັດຂຶ້ນໃນວັນທີ 20 ພຶດສະພາ 2020 ວ່າ ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ກັບການພັດທະນາເສດຖະກິດ-ສັງຄົມ ແລະ ຊີວິດການເປັນຢູ່ຂອງຜູ້ອອກແຮງງານ ຢູ່ ສປປ ລາວ. ຜ່ານມາກະຊວງພວກເຮົາມີກົນໄກ ແລະ ແຈ້ງການຈຳນວນໜຶ່ງເພື່ອແນະນໍາໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງທຸກຂັ້ນໃນທົ່ວປະເທດຈະຕ້ອງເຮັດວຽກໜັກຂື້ນໃນການສືບຕໍ່ປະສານງານກັບນັກລົງທຶນ ແລະ ຜູ້ປະກອບການໃນທົ່ວປະເທດ ເພື່ອແນະນຳໃຫ້ພວກເຂົາຮັບເອົາແຮງງານ ເພື່ອຫຼຸດຜອ່ນຜົນກະທົບຕໍ່ຊີວິດການເປັນຢູ່ປະຈຳວັນ ຂອງຜູ້ອອກແຮງງານລາວ ຈາກການແຜ່ລະບາດຂອງພະຍາດ ໂຄວິດ-19.
ແຮງງານລາວ ອາດຖືກເລີກຈ້າງທັງພາຍໃນ ແລະ ຕ່າງປະເທດ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


น่าดู

UFABET

แทงบอล

ดูบอล

ดูหนัง HD


Comments
* The email will not be published on the website.
I BUILT MY SITE FOR FREE USING