ຕາມແຫລ່ງຂ່າວເສດຖະກິດການຄ້າໃຫ້ຮູ້ວ່າ ວັນທີ 22 ຕຸລາ 2020 ທີ່ເຮືອນພັກທູດຝຣັ່ງ ໂດຍມີ ທ່ານ ນາງ ຟລໍຣັອງສ ຊັອງບລັອງ – ຣີສແລກ ເອກອັກຄະລັດຖະທູດຝຣັ່ງ ປະຈໍາ ສປປ ລາວ, ຜູ້ຕາງໜ້າ 5 ອົງການຈັດຕັ້ງທາງສັງຄົມຂອງລາວ, ພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ມວນຊົນໄດ້ເຂົ້າຮ່ວມ.
ທ່ານເອກອັກຄະລັດຖະທູດຝຣັ່ງ ປະຈໍາ ສປປ ລາວ ກ່າວວ່າ: ໄລຍະປີ 2020 – 2021, ມີ 5 ໂຄງການຖືກຄັດເລືອກໃຫ້ຮັບເງິນຊ່ວຍເຫຼືອພາຍໃຕ້ແຜນງານກອງທຶນ PISCCA; ທຸກໂຄງການແມ່ນປະກອບສ່ວນໃນເປົ້າໝາຍການພັດທະນາຂອງ ສປປ ລາວ ໂດຍສະເພາະການປັບປຸງຊີວິດການເປັນຢູ່ຂອງປະຊາຊົນທີ່ມີຄວາມສ່ຽງ ຫຼື ດ້ອຍໂອກາດ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ຊາວໜຸ່ມ ເຊິ່ງເປັນບຸລິມະສິດຂອງ ສປປ ລາວ ແລະ ປະເທດຝຣັ່ງ.
ໃນພິທີດັ່ງກ່າວກໍມີຕາງໜ້າຈາກ 5 ອົງການຈັດຕັ້ງທາງສັງຄົມຂອງລາວທີ່ຖືກຄັດເລືອກໄດ້ເຂົ້າຮ່ວມເຊັນສັນຍາ, ໃນນີ້ສະມາຄົມພັດທະນາໄມ້ປ່ອງ ແລະ ເຄື່ອງປ່າຂອງດົງ ( ສພປຄ ຫຼື BNDA ) ໂດຍ ທ່ານ ນາງ ໄມປົວ ແພງຄຳຮັກ ປະທານສະມາຄົມໃນນາມຜູ້ຕາງໜ້າສະມາຄົມ ສພປຄ ແລະ ທ່ານ ເຮີລີ ຕຸລີຢົງຢົວ ຜູ້ປະສານງານໂຄງການ ໄດ້ເຂົ້າຮ່ວມພິທີລົງນາມສັນຍາ.
ສະມາຄົມດັ່ງກ່າວໄດ້ຮັບ ເງິນຊ່ວຍເຫຼືອຈາກກອງທຶນ PISCCA ຈໍານວນ 41.000 ເອີໂຣ ( 442.286.947 ກີບ ) ເພື່ອຈັດຕັ້ງປະຕິບັດໂຄງການທີ່ແນໃສ່ເສີມສ້າງຄວາມເຂັ້ມແຂງຂອງແມ່ຍິງ ແລະ ຊາວໜຸ່ມ ດ້ວຍການເພີ່ມລາຍຮັບຈາກການຜະລິດຫັດຖະກໍາ ແລະ ການຄຸ້ມຄອງປ່າໄມ້ປ່ອງທໍາມະຊາດແບບຍືນຍົງ.
PISCCA ມອບທຶນໃຫ້ 5 ໂຄງການ ລວມມູນຄ່າເກືອບ2ຕື້ກີບ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo