ກຳນົດເປີດໂຮງຮຽນ 11 ພຶດສະພາ ແລະ ສອບເສັງໃນເດືອນກໍລະກົດ ຫາ ສິງຫາ
ຕາມໜັງສືພິມວຽງຈັນໃໝ່ລາຍງານວ່າ ກະຊວງສຶກສາທິການ ແລະ ກີລາ ໄດ້ປືກສາຫາລືແຜນເປີດການຮຽນ-ການສອນຄືນໃໝ່ ໂດຍກຳນົດເອົາ ວັນທີ 11 ພຶດສະພາ 2020 ເປັນມື້ເປີດການຮຽນ-ການສອນຄືນໃໝ່ ແລະ ຈະຈັດຕັ້ງການສອບເສັງໃນໄລຍະເດືອນກໍລະກົດ ເຖິງ ສິງຫາ 2020 ຖ້າຫາກຫຼັງຈາກວັນທີ 3 ພຶດສະພາ 2020 ຜົນປະເມີນການລະບາດຂອງພະຍາດໂຄວິດ-19 ສາມາດຄວບຄຸມໄດ້ ແລະ ບໍ່ມີຄວາມສ່ຽງຕໍ່ການຕິດເຊື້ອ.ພາບ: kaomainews.com
ນອກນັ້ນ ການເກັບກໍາຂໍ້ມູນການຮຽນ-ການສອນ ການນໍາໃຊ້ສະຖານການສຶກສາ ແລະ ສະໜາມກິລາທີ່ເປັນບ່ອນຈຳກັດບໍລິເວນ ການກຽມຄວາມພ້ອມໃນການເປີດຮຽນຄືນ ການຄຸ້ມຄອງນັກສຶກສາລາວ ແລະ ຂໍ້ສະເໜີຕ່າງຂອງ 7 ພາກສ່ວນຈາກສູນກາງ ແລະ 15 ພາກສ່ວນຈາກທ້ອງຖິ່ນ ແລະ ການຄົ້ນຄວ້າພິຈາລະນາຂອງຄະນະນໍາກະຊວງ ສສກ ເຫັນດີເປັນເອກະພາບໃນ 3 ຂໍ້ເຊັ່ນ:ຖ້າຜົນປະເມີນການລະບາດຂອງພະຍາດໂຄວິດ-19 ຫຼັງຈາກວັນທີ 3 ພຶດສະພາ 2020 ສາມາດຄວບຄຸມໄດ້ ບໍ່ມີຄວາມສ່ຽງຕໍ່ການຕິດເຊື້ອ ແລະ ລັດຖະບານອະນຸມັດໃຫ້ເປີດການຮຽນ-ການສອນຄືນ, ສສກ ຈະເປີດການຮຽນ ຕັ້ງແຕ່ການສຶກສາກ່ອນໄວສາມັນສຶກສາ ສ້າງຄູ, ອະຊີວະ, ການສຶກສາຊັ້ນສູງ, ການສຶກສາສົງ, ທຸລະກິດ ແລະ ກິດຈະກຳກາຍະກຳທຸກຮູບແບບ ລວມທັງສະໜາມກິລາໃນເດີ່ນແຈ້ງ ແລະ ໃນຮົ່ມ ໃນວັນທີ 11 ພຶດສະພາ 2020 ແລະ ຈະດຳເນີນການຮຽນ-ການສອນທົດແທນຈົນຮອດກາງເດືອນກໍລະກົດ ແລະ ຈັດຕັ້ງການສອບເສັງໃນເດືອນກໍລະກົດ ຫາ ສິງຫາ 2020;
ກະຊວງສຶກສາ ກຳນົດມື້ເປີດໂຮງຮຽນ ແລະ ມື້ສອບເສັງຂອງນັກຮຽນຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido
น่าดู: https://doodido.com/
UFABET: https://www.ufabet369.net/ufabet/
แทงบอล: https://www.ufabet369.net/
ดูบอล: https://zonedooball.com/
ดูหนัง HD: https://moviesdoofree.com/