ກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ ຫາທາງອອກດ້ານເສດຖະກິດ.
ການລະບາດຂອງພະຍາດໂຄວິດ ເຮັດໃຫ້ຫລາຍໆປະເທດລ້ວນແລ້ວແຕ່ພົບບັນຫາທາງເສດຖະກິດ, ລາວເຮົາເອງກໍເປັນອີກປະເທດໜຶ່ງທີ່ມີຄວາມຕັ້ງໃຈເພື່ອຈະໃຫ້ຜ່ານພົ້ນວິກິດນີ້ໄປ ແລະ ພະຍາຍາມຫາທາງອອກທາງດ້ານເສດຖະກິດ ຮ່ວມກັບຫລາຍໆປະເທດໂດຍສະເພາະແມ່ນບັນດາປະເທດສະມະຊິກອາຊຽນ.
ຕາມການລາຍງານຂອງ ຂ່າວສານປະເທດລາວໃຫ້ຮູ້ວ່າ: ກອງປະຊຸມ ລັດຖະມົນຕີ ເສດຖະກິດ ບັນດາປະເທດ ກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ ຄັ້ງທີ 12 (CLMV EMM 12).
ໄດ້ຈັດຂຶ້ນ ທາງອອນລາຍ ເມື່ອບໍ່ດົນມານີ້ ເຊິ່ງເປັນເຫດການ ສຳຄັນ ນອນໃນຂອບເຂດ ລາຍການ ຂອງກອງປະຊຸມ ລັດຖະມົນຕີ ເສດຖະກິດ ອາຊຽນ ຄັ້ງທີ 52 (AEM 52).
ພາບ: targetlaos.comສຳລັບກອງປະຊຸມຄັ້ງນີ້ ໄດ້ສຸມໃສ່ ແລກປ່ຽນ ບາງບັນຫາຕົ້ນຕໍຄື: ການກວດກາຄືນໃໝ່, ຕີລາຄາ ສະພາບການ ຜັນຂະຫຍາຍ ແຜນການກະທຳ ຮ່ວມມື ເສດຖະກິດ CLMV ໄລຍະ 2019 – 2020.
ຮັບຮອງເອົາ ແຜນການກະທຳ ຮ່ວມມືເສດ ຖະກິດ CLMV ໄລຍະ 2021 – 2022, ແຜນການຮັບມື ແລະ ຟື້ນຟູ ພາຍຫລັງ ໂລກລະບາດ Covid – 19.
ຈາກນັ້ນ ທ່ານ ເຈິ່ນ ຕວັນແອງ ລັດຖະມົນຕີ ກະຊວງ ອຸດສາຫະກຳ – ການຄ້າ ຫວຽດນາມ ໄດ້ສະເໜີ ໃຫ້ບັນດາປະເທດ CLMV ເພີ່ມທະວີ ການສົມທົບກັນ ກ່ຽວກັບ ນະໂຍບາຍ, ມາດຕະການແກ້ໄຂ ບັນດາຄວາມຫຍຸ້ງຍາກ ຈາກໂລກລະ ບາດ ໂຄວິດ-19.
ພ້ອມທັງ ສະເໜີ ໃຫ້ບັນດາປະເທດ CLMV ຕັ້ງໜ້າ ແລະ ເປັນເຈົ້າການກ່ວາອີກ ໃນການສຳຜັດ ແລະ ສະເໜີ ໃຫ້ບັນດາ ຄູ່ຮ່ວມມື ພັດທະນາ ໜູນຊ່ວຍ ແຫລ່ງກຳລັງ ໃນການຜັນ ຂະຫຍາຍ ບັນດາການເຄື່ອນໄຫວ ລວມທັງ ໂຄງການຮ່ວມມື CLMV ໃນໄລຍະໃໝ່.
ລາວ ແລະ ອີກສາມປະເທດອາຊຽນ ຫາທາງອອກດ້ານເສດຖະກິດຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido.
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์