06 Jun
06Jun

ກຳແພງຍັກບູຮານ ເມືອງທ່າແຂກ ຫຼື ກໍາແພງເມືອງສີໂຄດຕະບູນ

ກຳແພງຍັກບູຮານ ຍັງທີຊື້ເອີ້ນຂານອີກຢ່າງໜຶ່ງວ່າ ກຳແພງຍັກ ເພາະເປັນກຳແພງທີ່ມີຫີນສູງໃຫຍ່ ແລະ ຕັ້ງຍາວໄປຕາມແນວທາງ ໂດຍຄວາມຍາວຂອງກຳແພງນີ້ເຖິງ 15 ກິໂລແມັດ ແລະ ສູງປະມານ 5 ແມັດ ເຊິ່ງສັນນິຖານວ່າສ້າງຂຶ້ນໃນສັດຕະວັດທີ 9 ໃນສະໄໝອານາຈັກສີໂຄດຕະບອງ (ອານາຈັກສີໂຄດຕະບູນ ທີ່ເອີ້ນກັນໃນສະໄໝກ່ອນ).
ກຳແພງຍັກບູຮານ ຫຼື ກຳແພງຫີນບູຮານເມືອງສີໂຄດຕະບູນ ນີ້ເປັນຄວາມມະຫັດສະຈັນທີ່ຍັງຄົງຢູ່ໃນການສົງໃສຂອງຜູ້ຄົນທີ່ເຄີຍມາທ່ຽວຊົມ ແລະ ໃນຊີວິດໜຶ່ງທ່ານຕ້ອງຫາໂອກາດມາທ່ຽວສະຖານທີ່ແຫ່ງນີ້ໃຫ້ໄດ້. ກຳແພງຍັກບູຮານນີ້ແມ່ນຕັ້ງຢູ່ເສັ້ນທາງຫຼວງໝາຍເລກ 13 ເຊິ່ງເປັນເສັ້ນທາງລະຫວ່າງເສັ້ນທາງທ່າແຂກຫາວຽງຈັນ ໂດຍຕັ້ງຢູ່ຫຼັກເຂດ ກິໂລແມັດທີ 8. ທາງເຂົ້າມາກຳແພງຫີນມີປ້າຍນ້ອຍ ບອກວ່າໄປຖ້ຳແມ່ພຣະມາຣີອາແຫ່ງເມືອງລູກ ທາງເສັ້ນທາງທັງສອງຝາກເຂົ້າແຄມທາງຈະມີຕົ້ນໄມ້ໃຫຍ່ເປັນປ່າເຂົ້າໄປ.
ພາບ: tonamcha.com
ຢ່າງໃດກໍຕາມ ແຕ່ລະຊ່ວງຂອງຄວາມຮຸ່ງເຮືອງ ໃນປະຫວັດດັ່ງກ່າວນັ້ນ ກໍ່ບໍ່ໄດ້ກ່າວເຖິງວ່າ ໄດ້ມີການສ້າງກໍາແພງເມືອງສີໂຄດ ເພື່ອສຸດປະສົງເປັນກໍາແພງເມືອງ ຫຼື ເພື່ອປ້ອງກັນຂ້າເສິກສັດຕູ ແຕ່ຢ່າງໃດເລີຍ. ແຕ່ຫຼາຍໆຄົນໃນປັດຈຸບັນ ກໍ່ເວົ້າອ້າງວ່າ: ກໍາແພງທີ່ພົບເຫັນເປັນບາງຊ່ວງໆ ເມື່ອທ່ານຂີ່ລົດລົງໄປໃກ້ຈະຮອດເມືອງທ່າແຂກ ທາງດ້ານຂວາມືນັ້ນເປັນກໍາແພງເມືອງສີໂຄດເກົ່າ. ຂໍ້ມູນທີ່ອອກໃນຫຼາຍ ເວບໄຊ ມັກຂຽນໂດຍໃຊ້ຄໍາວ່າກໍາແພງຍັກທ່າແຂກ Thakhek big wall, ຫຼື ຂຽນອອກມາ ເປັນຊື່ກໍາແພງເມືອງ ສີໂຄດຕະບູນ Sikhodtaboun wall ຫຼື ກໍາແພງຍັກ ເມືອງ ທ່າແຂກ Thakhek Giant wall ດັ່ງ¬ນີ້ເປັນ¬ຕົ້ນ.
ຊັ້ນຫີນເກີດລຽບຕາມແນວກໍາແພງທີ່ເມືອງທ່າແຂກນີ້ ເປັນໝວດຊັ້ນຫີນໝວດດຽວກັນ ຫຼື ເກີດໃນຍຸກດຽວກັນກັບ ທີ່ພົບເຫັນຢູ່ເຂດລຽບຕີນພູຊ້າງແຫ່ ເບື້ອງຕາວັນອອກ ທີ່ແຂວງ ສະຫວັນນະເຂດ, ເປັນຫີນຍຸກດຽວກັນທີ່ຕີນພູພະນັງເບື້ອງຕາວັນຕົກທີ່ຕໍ່ໃສ່ເຂດ ເມືອງສັງທອງ ແຂວງວຽງຈັນ ແລະ ເປັນແນວແຄບໆລຽບຕາມຮອຍເລື່ອນ ກູເດ-ທ່າແຂກ ຕັດຜ່ານ ບໍລິເວນປາກນ້ຳກະດິງ ເປັນແນວຄູຍາວໆແຄບໆຕັດຜ່ານທາງພາກຕາວັນອອກ ຂອງທົ່ງພຽງປາກຊັນແຂວງບໍລະຄໍາໄຊ.
ກຳແພງຍັກບູຮານ ເມືອງທ່າແຂກ ແຂວງຄຳມ່ວນ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments
* The email will not be published on the website.
I BUILT MY SITE FOR FREE USING