ກຽມຈັດງານມະຫາກຳສີມືຫັດຖະກຳລາວ ຄັ້ງທີ 19 ໃນເດືອນໜ້ານີ້.
ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ນະຄອນຫລວງວຽງຈັນ ຈະມີການຈັດງານມະຫາກຳສີມືຫັດຖະກຳລາວ ຄັ້ງທີ 19 ປະຈໍາປີ 2020ຂື້ນໃນລະຫວ່າງວັນທີ 10-18 ຕຸລານີ້ , ພາຍໃຕ້ຄໍາຂວັນທີ່ວ່າ “ສີໄມ້ລາຍມື ຄືອຸທິຍານແຫ່ງການທ່ອງທ່ຽວ ຕາມຮອຍປູ່ຍ່າຕາຍາຍ”, ຈຸດປະສົງເພື່ອເປັນການສົ່ງເສີມການຕະຫລາດໃຫ້ແກ່ສິນຄ້າຫັດຖະກຳ.
ທັງນີ້ທັງນັ້ນ ກໍເປັນການເຕົ້າໂຮມຄວາມສາມັກຄີ ໃນໝູ່ຊາວຊ່າງຫັດຖະກຳທຸກຊົນເຜົ່າຢູ່ທຸກໆທ້ອງຖິ່ນໃນທົ່ວປະເທດ ເພື່ອພ້ອມກັນອະນຸລັກສີໄມ້ ລາຍມືທາງດ້ານຫັດຖະກຳ, ຂຸດຄົ້ນທ່າແຮງທາງດ້ານຫັດຖະກຳຢູ່ທຸກທ້ອງຖິ່ນ, ເສີມຂະຫຍາຍພູມປັນ ຍາທາງດ້ານຫັດຖະກຳຂອງຊົນເຜົ່າຕ່າງໆ, ຜະລິດເຄື່ອງຫັດຖະກຳ ໃຫ້ມີຄວາມຫລາກຫລາຍ ມີຄວາມສວຍງາມປານີດ, ເປັນເອກະລັກຂອງຊົນເຜົ່າ ຂອງທ້ອງຖິ່ນ.
ພາບ: ຫຸມເພັງ ຫັດຖະກຳແຖມຍັງເປັນການສ້າງໂອກາດ ໃຫ້ຊ່າງຫັດຖະກຳ ໄດ້ມາພົບປະລູກຄ້າຂາປະຈຳ ແລະ ຫາຄູ່ຄ້າລາຍໃໝ່. ນອກຈາກນີ້, ຍັງເປັນການສະໜັບສະໜູນການທ່ອງທ່ຽວລາວ (ລາວທ່ຽວລາວ) ແລະ ທັງເປັນການກະຕຸ້ນເສດຖະກິດຂອງລາວໃຫ້ຟົດຟື້ນ.
ປະທານສະມາຄົມຫັດຖະກຳລາວ ກ່າວວ່າ: ໃນປີນີ້ໄດ້ເປີດກວ້າງໃຫ້ມີຫລາກຫລາຍສິນຄ້າ ມາຮ່ວມວາງສະແດງ ແລະ ຂາຍ. ໃນງານຄັ້ງນີ້, ໄດ້ຈັດຫ້ອງວາງ ສະແດງສິນຄ້າສຳລັບຫັດຖະກຳລາວ ຫລາຍກວ່າ 200 ຮ້ານ, ໃນນີ້ມີຜະລິດຕະພັນແຜ່ນແພ, ເຄື່ອງປ່າຂອງດົງ, ຜະລິດຕະພັນຈາກໄມ້ເສດ, ເຄື່ອງເງິນ/ວັດຖຸມີຄ່າ, ຜະລິດຕະພັນເຄື່ອງປັ້ນດິນເຜົາ, ຜະ ລິດຕະພັນສິນຄ້າກະສິກຳ, ໂອດອບ ແລະ ເຄື່ອງອຸປະໂພກ-ບໍລິໂພກທົ່ວໄປ.
ພາຍໃນງານຍັງຈະໄດ້ຈັດກິດຈະກຳສາທິດ, ຝຶກອົບຮົມວິທີ ແລະ ເຕັກນິກ ໃນການຜະລິດສິນຄ້າຫັດຖະກຳແຕ່ລະຂະແໜງການ ເພື່ອເປັນການຖ່າຍທອດຄວາມຮູ້, ພູມປັນຍາຂອງບັນພະບູລຸດ ພ້ອມທັງເປັນການໂຄສະນາປະຊາສຳພັນໃຫ້ມວນຊົນ ໄດ້ເຫັນ ຫລື ທົດລອງປະຕິບັດຕົວຈິງ ຂອງຂັ້ນຕອນການຜະລິດ.
ງານມະຫາກຳສີມືຫັດຖະກຳຈະຈັດຂື້ນໃນກາງເດືອນຕຸລາ2020 ນີ້.ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido.
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์