ຕາມການລາຍງານຂອງເວັບໄຊ laoevent.com ໃຫ້ຮູ້ວ່າ: ບໍລິສັດ ແອັດແລນຕິກ ອິນເຕີເນເຊິນແນວ ກຣຸບ ຈໍາກັດຜູ້ດຽວ ທຸ່ມເງິນ 5 ລ້ານໂດລາ ເນລະມິດ ສວນວິທະຍາສາດ ແລະ ພຶກສາສາດ ເນື້ອທີ່ 30 ເຮັກຕາ ໃຫ້ກາຍເປັນສູນກາງຮຽນຮູ້ດ້ານວິທະຍາສາດ, ດາລາສາດທີ່ຕິດພັນກັບການທ່ອງທ່ຽວແບບອະນຸຮັກ ຄາດສໍາເລັດການກໍ່ສ້າງໄລຍະທໍາອິດເພື່ອເປີດບໍລິການໃນຕົ້ນປີ 2021.
ທ່ານ ພູວົງ ສູ້ຍຍະວົງ ປະທານ ບໍລິສັດ ແອັດແລນຕິກ ອິນເຕີເນເຊິນແນວ ກຣຸບ ຈໍາກັດຜູ້ດຽວ ໃຫ້ສໍາພາດວ່າ: ໂຄງການດັ່ງກ່າວໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັບກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ( ກວຕ ) ເມື່ອເດືອນຕຸລາ 2019 ເປັນຕົ້ນມາ.
ຈາກນັ້ນ, ກໍໄດ້ລົງມືຈັດຕັ້ງປະຕິບັດຈົນຮອດປັດຈຸບັນດ້ວຍມູນຄ່າການລົງທຶນໄລຍະທໍາອິດ 5 ລ້ານໂດລາ ໃນເນື້ອທີ່ທັງໝົດ 30 ເຮັກຕາ; ດຽວນີ້ໄດ້ສໍາເລັດການກໍ່ສ້າງພື້ນຖານໂຄງລ່າງ, ປະຕູທາງເຂົ້າ, ທ້ອງຟ້າຈໍາລອງທີ່ເປັນບ່ອນຮຽນຮູ້ດ້ານດາລາສາດ ແລະ ລານຫໍຊົມດາວ.ຄາດວ່າຈະໃຫ້ສໍາເລັດການກໍ່ສ້າງ, ຕິດຕັ້ງລະບົບຄົບຊຸດ ພ້ອມເປີດບໍລິການລູກຄ້າໃນປີ 2021.
ສ່ວນວັດສະດຸ – ອຸປະກອນແມ່ນນໍາເຂົ້າຈາກປະເທດຣັດເຊຍ ໂດຍສະເພາະແມ່ນໄດ້ສັ່ງຊື້ກ້ອງສ່ອງ ຈໍານວນ 4 ເຄື່ອງ ແລະ ກະຊວງ ກວຕ ກໍຊ່ວຍເຫຼືອອີກ 1 ເຄື່ອງ, ສໍາລັບໄລຍະທີສອງ ຈະເປັນການກໍ່ສ້າງຫໍປະຊຸມລະດັບກາງ ພ້ອມດ້ວຍທີ່ພັກສໍາລັບການພັກຜ່ອນ ຫາກທຽບໃສ່ໂຮງແຮມຢູ່ປະເພດ 4 ດາວ ເຊິ່ງການອອກແບບແມ່ນປະສົມປະສານຄວາມທັນສະໄໝລະຫວ່າງ ລາວ – ຣັດເຊຍ – ໄທ ເພື່ອເຮັດໃຫ້ໂຄງການດັ່ງກ່າວມີເອກະລັກສະເພາະ, ແຕ່ໃນສ່ວນຂອງລະບົບທັນສະໄໝ, ເຕັກນິກ – ວິຊາການໂດຍພື້ນຖານແມ່ນຣັດເຊຍທັງໝົດ ເນື່ອງຈາກບໍລິສັດເຮົາເຮັດທຸລະກິດກັບຣັດເຊຍມາຕັ້ງແຕ່ປີ 2003 ແລະ ມີບໍລິສັດໃນເຄືອຈໍານວນໜຶ່ງ.
ສວນພຶກສາສາດກຽມເປີດຕົວເປັນທາງການໃນຕົ້ນປີ 2021.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido.