25 Jul
25Jul

ຂວງ ແລະ ຄວງ ສອງຄໍານີ້ໃຊ້ແນວໃດ? ຄວາມໝາຍຄືກັນ ຫຼື ຕ່າງກັນ?

ຍ້ອນຄວາມອຸດົມສົມບູນຂອງພາສາລາວ ທີ່ມີຫຼາຍຄໍາສັບຂຽນຕ່າງກັນ, ອ່ານຕ່າງກັນ ແຕ່ຄວາມໝາຍຄືກັນສາມາດໃຊ້ແທນກັນໄດ້ ແລະ ມີຫຼາຍຄໍາທີ່ອ່ານຄ້າຍຄືກັນ, ຂຽນຄ້າຍຄືກັນ ແຕ່ມີຄວາມໝາຍແຕກຕ່າງກັນໃຊ້ແທນກັນບໍ່ໄດ້ ຖ້າໃຊ້ບໍ່ຖືກ ຄວາມໝາຍກໍ່ປ່ຽນ ແລະ ຫຼາຍຄັ້ງເຮົາກໍ່ມັກເຫັນການໃຊ້ຄໍາສັບທີ່ບໍ່ຖືກຕ້ອງໃນບົດຂຽນຕ່າງໆ.

ດ້ວຍເຫດນັ້ນ ເຮົາຈຶ່ງນໍາເອົາບົດຄວາມທີ່ເປັນການອະທິບາຍຄວາມໝາຍສັບໃນພາສາລາວມາແບ່ງປັນກັບໝູ່ເພື່ອນ ເພື່ອຮຽນຮູ້ພາສາລາວໄປນໍາກັນ, ເຊິ່ງຕອນນີ້ເຮົາຈະມາເວົ້າກ່ຽວກັບຄວາມໝາຍຂອງຄໍາວ່າ ຂວງ ແລະ ຄວງ, ຟັງແບບຜິວເຜີນ ສອງຄໍານີ້ອອກສຽງຄ້າຍຄືກັນ, ແຕ່ໃນຄວາມເປັນຈິງແລ້ວ ມັນມີຄວາມໝາຍທີ່ແຕກຕ່າງກັນ. ມັນແຕກຕ່າງກັນຄືແນວໃດ ເຮົາມາຮຽນຮູ້ໄປນໍາກັນ.

DooDiDo

ອີງຕາມຂໍ້ມູນຈາກວັດຈະນານຸກົມພາສາລາວ ສະບັບທີ່ ຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ໄດ້ອະທິບາຍຄວາມໝາຍສອງຄໍາສັບດັ່ງກ່າວ ໄວ້ດັ່ງນີ້:

ຄຳວ່າ ຂວງ.

ເປັນທັງຄໍານາມ ແລະ ຄໍາຄຸນນາມ.

ຂວງ (ຄຳນາມ) ເປັນຊື່ຜັກແນວໜຶ່ງເກີດຂຶ້ນປູໄປຕາມພື້ນດິນ ເອີ້ນວ່າ ຜັກຂວງ, ຜັກຂວງຂົມ ຫຼື ຜັກດາງຂົມ.

ຂວງ (ຄໍາຄຸນນາມ) ໝາຍເຖິງ ບໍ່ຈະເລີນ, ຈັງໄຮ, ສິ່ງທີ່ນຳຄວາມຈິບຫາຍມາໃຫ້ເອີ້ນວ່າ: ຂວງ, ເຂັດຂວງ.

ຕົວຢ່າງ:

ບໍ່ຊ່ວຍທໍາມາຫາກິນ ແລ້ວຍັງເຜົາຜານເງິນພໍ່ແມ່ອີກ, ຈັ່ງແມ່ນຂວງແທ້ໆ.

ພວກສໍ້ລາດບັງຫຼວງຈັ່ງແມ່ນຂວງຕໍ່ການພັດທະນາປະເທດຊາດ.

ຄຳວ່າ ຄວງ.

ເປັນທັງຄໍານາມ, ຄໍາມະ ແລະ ຄໍາຄຸນນາມ.

ຖ້າເປັນຄຳນາມ ຄວງ ແມ່ນເຫຼັກ ຫຼື ໄມ້ມີກຽວຫັນໄດ້ ໃຊ້ສຳລັບເຈາະໄມ້ ເອີ້ນວ່າ: ເຫຼັກໄຂຄວງ.

ຖ້າເປັນຄຳຄຸນນາມ ຄວງ ໝາຍເຖິງ ສະຫວ່າງ, ແຈ້ງ (ຕາເວັນຄວງ), ສຽງກ້ອງ, ກ້ອງສະໜັ່ນ.


ຂວງ ແລະ ຄວງ ມີຄວາມໝາຍຄືກັນ ແລະ ຕ່າງກັນແນວໃດ?

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido.



ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING