24 Jun
24Jun

ເຄື່ອງທີ່ລະນຶກຍອດນິຍົມຂອງລາວ ທີ່ນັກທ່ອງທ່ຽວນິຍົມຊື້ກັບບ້ານ.

ແນ່ນອນວ່າ ເມື່ອໄປທ່ອງທ່ຽວຕາມສະຖານທີ່ຕ່າງໆແລ້ວ ກໍຕ້ອງການສິ່ງຂອງ ຫລື ເຄື່ອງທີ່ລະນຶກກ່ຽວກັບສະຖານທີ່ນັ້ນໆ ກັບເມືອເກັບໄວ້ ເພື່ອເຕືອນຄວາມຊົງຈຳວ່າ ເຮົາໄດ້ໄປສະຖານທີ່ນັ້ນມາແລ້ວ, ຫລາຍໆທ່ານກໍ່ມັກຈະຊື້ໄປຟາກໝູ່ຄູ່ ເພືອນຝຸງ, ຫລື ຊື້ໄປຟາກເພືອນຮ່ວມງານຕ່າງໆ, ເຊິ່ງແຕ່ລະສະຖານທີ່ກໍ່ຈະມີສິ່ງທີ່ເປັນເອກະລັກຂອງຕົວເອງວາງຂາຍໃຫ້ນັກທ່ອງທ່ຽວຜູ້ທີ່ສົນໃຈຈະນຳໄປເປັນທີ່ລະນືກ.
ການຊື້ຂອງຝາກ ຫລື ເຄື່ອງທີ່ລະນຶກ ເປັນສິ່ງທີ່ນັກທ່ອງທ່ຽວຫລາຍຄົນ ບໍ່ພາດທີ່ຈະຊື້ກັບເມືອ ບໍ່ວ່າຈະຊື້ຕາມແຫລ່ງທ່ອງທ່ຽວ ຕາມຕະຫລາດນັດ, ຮ້ານຄ້າຕ່າງໆ, ສຳລັບປະເທດລາວເຮົາ ກໍມີແຫລ່ງຂາຍເຄື່ອງທີ່ລະນຶກໄວ້ໃຫ້ນັກທ່ອງທ່ຽວ ໄດ້ເລາະຊື້ຫລາຍແຫ່ງເຊັ່ນ: ຕະຫລາດກາງຄືນຫລວງພະບາງ, ຕະຫລາດກາງຄືນ ສວນເຈົ້າອະນຸວົງ, ຕະຫລາດເຊົ້າ ແລະ ອື່ນໆ ເຊິ່ງກໍມີສິນຄ້າຫລາຍໆຊະນິດ ໃຫ້ນັກທ່ອງທ່ຽວໄດ້ເລືອກ ແລະ ລ້ວນແຕ່ຜະລິດຈາກສີໄມ້ລາຍມືຄົນລາວ ແລະ ເປັນເອກະລັກສະເພາະຂອງລາວ.
ພາບ: laopost.com
ສຳລັບເຄື່ອງຕ້ອນຂອງຝາກ ສຸດຮິດທີ່ນັກທ່ອງທ່ຽວມັກຊື້ເມື່ອມາທ່ຽວເມືອງລາວໄດ້ແກ່:
ຜ້າຝ້າຍ, ຜ້າໃໝ ຜ້າຫັດຖະກຳຂອງຄົນລາວ ຂອງຊົນເຜົ່າຕ່າງໆ ເຊິ່ງມີຈຸດເດັ່ນຢູ່ມີ່ລວດລາຍງົດງາມ ເປັນເອກະລັກ ແລະ ມີຄວາມແຕກຕ່າງຂອງແຕ່ລະຊົນເຜົ່າຢ່າງຊັດເຈນ ແຖມຜ້າລາວເປັນຜ້າທີ່ມີຄຸນນະພາບດີ ລາຄາກໍ່ແພງປານໃດ ນັກທ່ອງທ່ຽວຈິ່ງນິຍົມຊື້ກັບບ້ານ
ກາເຟ ແລະ ຊາ ເປັນສິນຄ້າຫຼັກຂອງປະເທດລາວ ແລະ ໄດ້ຮັບການຍອມຮັບຈາກນານາຊາດ ດ້ວຍຣົດຊາດທີ່ແຊ໊ບ ແລະ ມີກິ່ນຫອມເປັນເອກະລັກ ນັກທ່ອງທ່ຽວຈິ່ງນິຍົມຊື້ເປັນຂອງຝາກ ຊາທີ່ຂຶ້ນຊື່ທີ່ສຸດໃນລາວ ແມ່ນຊາຂຽວຜົ້ງສາລີ ສ່ວນກາເຟແມ່ນກາເຟທາງປາກເຊ (ພູພຽງບໍລິເວນ)
ເຄື່ອງເງິນ, ເຄື່ອງປະດັບ ເປັນອີກໜຶ່ງສິນຄ້າທີ່ໄດ້ຮັບຄວາມນິຍົມຊື້ຈາກນັກທ່ອງທ່ຽວ ເນື່ອງຈາກເຄື່ອງເງິນມີຄວາມສວຍງາມ ແລະ ຄວາມປານີດຂອງຊ່າງຫັດຖະກຳລາວ
ຫັດຖະກຳໄມ້ແກະສະຫຼັກ ແລະ ຫວາຍ ຫັດຖະກຳປະເພດນີ້ຈະມີລວດລາຍເປັນເອກະລັກສະເພາະຂອງຄົນລາວ ມີໃຫ້ເລືອກຫຼາຍຂະໜາດຕາມຄວາມຕ້ອງການ
ເຄື່ອງທີ່ລະນຶກຍອດນິຍົມຂອງລາວ ທີ່ນັກທ່ອງທ່ຽວນິຍົມຊື້ກັບບ້ານ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING