12 Jun
12Jun

ຄໍາທີ່ວ່າ: ຂາ ແລະ ຂ່າ ແຕ່ລະຄໍາມີຄວາມໝາຍແນວໃດ?

ຄໍາທັງສອງຄໍານີ້ຕ່າງກໍ່ມີຄວາມໝາຍແຕກຕ່າງກັນ ແຕ່ການອອກສຽງມີຄວາມໃກ້ຄຽງກັນ ເພາະໃຊ້ພະຍັນຊະນະ ແລະ ສະຫຼະຕົວດຽວກັນຕ່າງແຕ່ວັນນະຍຸດ. ສະນັ້ນ;ໃນການອອກສຽງຕ້ອງຟັງຢ່າງລະອຽດວ່າພາສາລາວແຕ່ລະວັນນະຍຸດອ່ານອອກສຽງຢ່າງໃດ ໂດຍສະເພາະແມ່ນຊາວຕ່າງຊາດ ແລະ ການອອກສຽງສ່ວນໃຫຍ່ຈະອອກສຽງກາງ ບໍ່ມີສຽງ ເອກ-ໂທ.
ຄວາມໝາຍຂອງແຕ່ລະຄໍາມີຄວາມແຕກຕ່າງກັນຄືຂາ:
1.ເປັນຄໍານາມ ໝາຍເຖິງ ເປັນອະໄວຍະວະສ່ວນລຸ່ມຂອງຄົນ,ສັດ ເຊິ່ງໃຊ້ເປັນສິ່ງຄໍ້າຊູຮ່າງກາຍ ຫຼື ອະໄວຍະວະສ່ວນເທິງ ເຊິ່ງທໍາໜ້າທີ່ສໍາລັບການເຄື່ອນໄຫວໄປມາໄດ້ ມີລັກສະນະເປັນກົນຈັກຢ່າງໜຶ່ງທີ່ເອົາໄວ້ເຄື່ອນທີ່ເພື່ອການດໍາລົງຊີວິດ ເຮັດໃຫ້ມີຄວາມສະດວກສະບາຍ ເວົ້າແບບງ່າຍໆ ເອົາໄວ້ຍ່າງ ຫຼື ແລ່ນ.
ເວົ້າລາວກັນ
2. ຂາວັດຖຸສິ່ງຂອງ ເຊັ່ນ: ຂາໂຕະ,ຂາຕັ່ງ,ຂາຕຽງ ກໍ່ແມ່ນວັດຖຸທີ່ຢູ່ທາງລຸ່ມເອົາໄວ້ຄໍ້າສ່ວນເທິງລັກສະນະເປັນເສົາ ຫຼື ຫຼັກຄໍ້າສ່ວນເທິງເພື່ອໃຫ້ສ່ວນເທິງມີຄວາມທ່ຽງ ບໍ່ອຽງບໍ່ລົ້ມສະດວກໃນການໃຊ້ງານຕາມວັດຖຸປະສົງຂອງຄົນເຮົາ.
3. ເປັນຄໍານາມ ເຊັ່ນ: ຄັ້ງຄາວ,ຖ້ຽວ, ເທື່ອເວລາ(ຂາໄປ,ຂາກັບ,ຂາຂຶ້ນ,ຂາລ່ອງ…) ບາງເທື່ອຍັງເວົ້າວ່າ
ຂາໄພ້ ໝາຍເຖິງແຕ່ລະຄົນຫຼິ້ນໄພ້ 1 ຄົນຄື 1 ຂາ ມີ 3 ຄົນຫຼິ້ນກໍ່ເອີ້ນ 3 ຂາ ອາດຈະມີຄວາມໝາຍແບບສາຂາ…
ອະທິບາຍຄວາມໝາຍຂອງຄຳວ່າ ຂາ ແລະ ຂ່າ ໃນພາສາລາວ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์

Comments
* The email will not be published on the website.
I BUILT MY SITE FOR FREE USING