ຂັ້ນຕອນສຳລັບຄົນທີ່ຢາກເດີນທາງເຂົ້າປະເທດລາວໄລຍະນີ້
ສຳລັບຜູ່ທີ່ຕົກຄ້າງຢູ່ຕ່າງປະເທດ ມາບໍທັນກ່ອນການລັອກດາວ ຫລື ຜູ່ທີ່ຕ້ອງການເຂົ້າມາປະເທດລາວ ອາດຕ້ອງການຢາກຮູ້ວ່າຖ້າຢາກກັບມາຕອນນີ້ຕ້ອງເຮັດແນວໃດ? ຄວາມຈີງການເຂົ້າ ຫຼື ອອກ ນອກປະເທດລ້ວນບໍ່ສະດວກທັງນັ້ນ ເພາະວ່າທຸກປະເທດລ້ວນມີມາດຕະການເຝົ້າລະວັງ ບໍ່ຢາກໃຫ້ມີການນຳເຊື້ອເຂົ້າ-ອອກລະຫວ່າງປະເທດ ມີຄວາມສ່ຽງສູງຕໍ່ການແຜ່ເຊື້ອຕໍ່ຈາກຄົນໜຶ່ງໄປສູ່ອີກຫຼາຍຄົນ.
ພາບ : laothai.netແນວໃດກໍ່ຕາມ,ອີງຕາມຄຳແນະນຳຂອງກະຊວງການຕ່າງປະເທດ ເນື່ອງຈາກວ່າ ລັດຖະບານລາວ ຍັງສືບຕໍ່ປີດດ່ານ ຊາຍແດນທາງບົກ ແລະ ທາງອາກາດໃນຂອບເຂດທົ່ວປະເທດ ເພື່ອປ້ອງກັນ ແລະ ສະກັດກັ້ນການລະບາດທີ່ຮ້າຍແຮງ ຢູ່ ສປປ ລາວ ຂອງພະຍາດ ໂກວິດ-19, ສະນັ້ນ ຖ້າຫາກບຸກຄົນ ຫຼື ນິຕິບຸກຄົນໃດ ທີ່ມີຈຸດປະສົງຈະເດີນທາງເຂົ້າ-ອອກ ສປປ ລາວ ຈະຕ້ອງໄດ້ປະຕິບັດຕາມຂັ້ນຕອນ ແລະ ມາດຕະການຂອງປະເທດເຮົາຢ່າງເຄັ່ງຄັດ.
ສະເພາະຂາເຂົ້າ ກ່ອນບຸກຄົນ ຫຼື ນິຕິບຸກຄົນເດີນທາງເຂົ້າ ສປປ ລາວ ຕ້ອງຂຽນຄໍາຮ້ອງ ທີ່ລະບຸລາຍລະອຽດກ່ຽວກັບ ວັນເວລາ, ດ້ານທີ່ຈະເດີນທາງເຂົ້າ, ພາຫະນະໃນການເດີນທາງ, ປະເທດທີ່ຈະເດີນທາງຜ່ານ ແລະ ເຫດຜົນຄວາມຈໍາເປັນຮີບດ່ວນ ຂອງການ ເດີນທາງເຂົ້າ ສປປ ລາວ ເຖິງຄະນະສະເພາະກິດກະຊວງການຕ່າງປະເທດ ໂດຍຜ່ານຂະແຫນງການທີ່ ກ່ຽວຂ້ອງ ຂອງ ສປປ ລາວ; ພາຍຫລັງໄດ້ຮັບອະນຸຍາດແລ້ວ, ບຸກຄົນ ຫຼື ນິຕິບຸກຄົນ ທີ່ບໍ່ທັນມີວີຊາເຂົ້າ ສປປ ລາວ ຈະຕ້ອງ ປະກອບຄໍາຮ້ອງຂໍວິຊາທີ່ສະຖານເອກອັກຄະລັດຖະທູດ ຫຼື ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ຢູ່ ປະເທດຕົ້ນທາງ.
ຂໍ້ມູນສຳລັບຄົນທີ່ຕ້ອງການເຂົ້າປະເທດລາວໄລຍະນີ້ຕ້ອງເຮັດແນວໃດຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido
น่าดู
UFABET
แทงบอล
ดูบอล
ดูหนัง HD