ຄຳມ່ວນ ມີສະຖານທີ່ທ່ອງທ່ຽວທາງທຳມະຊາດທີ່ມີຢູ່ຫຼາກຫຼາຍແຫ່ງເປັນເອກະລັກສະເພາະຕົວ ເຮັດໃຫ້ເປັນບ່ອນທີ່ນັກທ່ອງທ່ຽວຢາກໄປສຳຜັດດ້ວຍຕົວເອງຈັກຄັ້ງໃນການເດີນທາງທ່ອງທຽວ, ພ້ອມທັງເກັບຄວາມປະທັບໃຈໄວ້ມາບອກເລົ່າຕໍ່ໆກັນຟັງ ເໝືອນກັບແຫຼ່ງທ່ອງທ່ຽວ “ ຂຸນນ້ຳໂດນ ” ທີ່ຈະມານຳສະເໜີໃນມື້ນີ້.
ພາບ: thankhao.com
ຂຸນນ້ຳໂດນ ແມ່ນສະຖານທີ່ທ່ອງທ່ຽວໜຶ່ງຂອງແຂວງຄຳມ່ວນ ທີ່ມີຊື່ສຽງທາງດ້ານ ຄວາມງາມຂອງທຳມະຊາດທີ່ເປັນເອກະລັກ ເຊິ່ງຕັ້ງຢູ່ບ້ານນາ ເມືອງທ່າແຂກ, ນັກທ່ອງທ່ຽວສາມາດເດີນທາງເຂົ້າໄປຂຸນນ້ຳໂດນ ໄດ້ສອງທາງ ຄື: ທາງບົກຫ່າງຈາກເມືອງ 33 ກິໂລແມັດ, ທາງນ້ຳ ( ຂຶ້ນເຮືອ ) ໂດຍຫ່າງຈາກເມືອງ 20 ກິໂລແມັດ.
ສະຖານທີ່ແຫ່ງນີ້ເປັນບ່ອນນ້ຳໂດນໄຫຼອອກ ຈາກຮູຈະມີ ຄວາມກວ້າງປະມານ 20 ແມັດ ລັກສະນະຂອງປາກຖ້ຳສູງປະມານ 5 ແມັດ ຢູ່ໜ້າຖ້ຳຈະມີກ້ອນຫີນລຽນກັນຄືກັບຄັນຄູປ້ານນ້ຳ, ທາງທິດຕາເວັນຕົກຂອງຂຸນຈະມີຖ້ຳຍາວລຽບໄປຕາມສາຍນ້ຳ.
ສ່ວນຢູ່ທິດຕາເວັນອອກຂອງຖ້ຳຈະມີ 2 ຮູ ທີ່ຊອດລົງໃສ່ວັງນ້ຳໃນຖ້ຳ.
ສະຖານທີ່ແຫ່ງນີ້ ເຖິງວ່າຈະຢູ່ຫ່າງຈາກນະຄອນຫຼວງ ແຕ່ກໍສາມາດໃຊ້ເວລາໃນການເດີນທາງຈາກນະຄອນຫຼວງໄປເຖິງແຂວງຄຳມ່ວນ ປະມານ 5 ຊົ່ວໂມງ ເຖິງຈະຍັງຢູ່ເຂດພາກກາງ ແຕ່ກໍມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງທີ່ດຶງດູດໃຫ້ນັກທ່ອງທ່ຽວຈາກຫຼາຍຫົນຫຼາຍແຫ່ງເດີນທາງມາສຳຜັດຄວາມງົດງາມເຫຼົ່ານີ້ຕະຫຼອດທັງປີ ອີກທັງວິຖີຊີວິດທີ່ລຽບງ່າຍຂອງຜູ້ຄົນ ປະເພນີທີ່ເປັນເອກະລັກສະເພາະຕົວ ທີ່ເປັນສະເໜອັນມະຫາສານທີ່ເຮັດໃຫ້ໃຜຫຼາຍຄົນມາຢ້ຽມຢາມແຂວງຄຳມ່ວນ ກໍຄືຂຸນນ້ຳໂດນແຫ່ງນີ້ ຍິ່ງໄປ ກວ່ານັ້ນ ຂຸນນ້ຳໂດນ ແຫ່ງນີ້ຍັງເປັນຈຸດໝາຍປາຍທາງຂອງນັກທ່ອງທ່ຽວທີ່ຢາກຈະສຳຜັດກັບອາກາດບໍລິສຸດ ພ້ອມໆກັບສຳຜັດທຳມະຊາດທີ່ອຸດົມສົມບູນແຫ່ງນີ້.
ຂຸນນ້ຳໂດນ ເປັນສະຖານທີ່ມະຫັດສະຈັນທຳມະຊາດ ແລະ ສວຍງາມ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido