ອະທິບາຍ ອຸບັດເຫດ, ອຸປະຕິເຫດ ຫລື ອຸບັດຕິເຫດ ຄວນໃຊ້ຄຳໃດ
ການນຳໃຊ້ສັບນີ້ເຊືອແນວ່າມີຄົນຍັງບໍ່ຮູ້ວ່າຄວນໃຊ້ໂຕໃດ ທີ່ມີຄວາມໝາຍວ່າ ເຫດທີ່ເກີດຂຶ້ນບໍ່ຄາດຄິດເຊັ່ນ ລົດຕຳກັນ, ໄຟໄໝ້, ລະເບີດແຕກ, ຖືກປຸ້ນຈີ້… ຈາກປາກົດໃນໜ້າໜັງສືພິມ, ໜັງສືທາງການ ແລະຄົນທົ່ວໄປທີ່ບາງຄັ້ງເປັນເຖິງລະດັບອາຈານ, ທ່ານຜູ້ອາວຸໂສຕ່າງໆຍັງໃຊ້ສັບສົນ
ແຕ່ບຸກຄົນຕ່າງໆເຫຼົ່ານັ້ນ ບາງຄົນກໍຮຽນຮູ້ແລ້ວນຳໃຊ້
ບາງຄົນໃຊ້ໄປໂດຍບໍ່ຮູ້ ແລະບາງຄົນບໍ່ຮູ້ແລ້ວໃຊ້…
ຄວາມຈິງຄຳວ່າ ອຸບັດຕິເຫດ ຫຼື ອຸບັດເຫດ ແມ່ນມີເຄົ້າມາຈາກພາສາປາລີສອງສັບສະໝາດກັນຄື:
ອຸປັດຕິ + ເຫຕຸ = ອຸປັດຕິເຫຕຸ ແລ້ວມີການແປງ ປ ເປັນ ບ ຈຶ່ງໄດ້ຄຳວ່າ ອຸບັດຕິ, ໃນໄວຍາກອນລາວ ມີການຕັດ ຕິ ອອກຍັງເຫຼືອພຽງ ອຸບັດ ແປວ່າ ເກີດຂຶ້ນ, ກຳເນີດຂຶ້ນ, ມີຂຶ້ນ…
ສ່ວນຄຳວ່າ ເຫຕຸ ມີການແປງ ຕຸ ມາເປັນ ຕ ສະກົດ ແລະ ແປງຈາກ ຕ ເປັນ ດ ສະກົດອີກຂັ້ນໜຶ່ງ ຈຶ່ງໄດ້ຄຳວ່າ “ເຫດ” ແປວ່າ ເລື່ອງ, ສິ່ງທີ່ພາໃຫ້ເກີດ, ຕົ້ນຕໍຂອງສິ່ງໃດໜຶ່ງ.
ເມື່ອລວມເຂົ້າກັນສອງສັບ ເປັນ “ອຸບັດຕິເຫດ” (ຖ້າອີງໃສ່ໄວຍາກອນອີກຂັ້ນໜຶ່ງກໍຈະເຫຼືອພຽງ ອຸບັດເຫດ) ແປວ່າ ເລື່ອງທີ່ເກີດຂຶ້ນໂດຍບັງເອີນ, ເກີດຂຶ້ນສະເພາະໜ້າ, ເລື່ອງທີ່ເກີດຂຶ້ນໂດຍບໍ່ໄດ້ນັດໝາຍ….
ໃນວັດຈະນານຸກົມພາສາລາວທຸກໆສະບັບບໍ່ປາກົດຄຳວ່າ #ອຸປະຕິເຫດ ມີພຽງຄຳວ່າ #ອຸບັດຕິເຫດ ໃນວັດຈະນານຸກົມສະບັບ 2012.
#ອຸບັດເຫດ ປາກົດໃນໄວຍາກອນ ແລະວັດຈະນານຸກົມສະບັບ ດຣ. ທອງຄຳ ອ່ອນມະນີສອນ (ບໍ່ນັບສະບັບ ສີວຽງແຂກ ກອນນິວົງ ເພາະກ່າຍມາຈາກ ສະບັບ ດຣ. ທອງຄຳ ອ່ອນມະນີສອນ)
ເບິ່ງລາຍລະອຽດໄດ້ທີ່:
ຄວນເວົ້າ ອຸບັດເຫດ, ອຸປະຕິເຫດ ຫລື ອຸບັດຕິເຫດ, ໂຕໃດຖືກ.ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido