01 Aug
01Aug

ຄວາມທຸກຍາກຂອງປະຊາຊົນລາວມີອັດຕາຫຼຸດລົງເຫລືອ 18,3%.

    ດັ່ງທີ່ຮູ້ກັນຢູ່ແລ້ວວ່າປະເທດເຮົາຍັງເປັນປະເທດທີ່ດ້ອຍພັດທະນາ ແລະ ພັກ ແລະ ລັດຖະບານໄດ້ສຸມໃສ່ທຸກເຫື່ອແຮງ ແລະ ຄວາມຄິດເພື່ອນຳພາປະຊາຊົນລາວທັງປວງໃຫ້ໜີພົ້ນອອກຈາກຄວາມທຸກຍາກ ແລະ ຈາກການອີງຕາມການສຳຫລວດເຫັນວ່າອັດຕາຄວາມທຸກຍາກຢູ່ລາວໄດ້ມີການຫລຸດລົງກວ່າເກົ່າ.

ພາບ: laoedaily.com.la

    ອີງຕາມຜົນສໍາຫຼວດການຊົມໃຊ້ ແລະ ການໃຊ້ຈ່າຍຂອງຄົວເຮືອນ ຄັ້ງທີ VI ພົບວ່າການຊົມໃຊ້ຂອງຄົວເຮືອນ ສປປ ລາວ ຢູ່ໃນລະດັບ 2,63 ລ້ານກີບຕໍ່ເດືອນ ເພີ່ມຂຶ້ນຈາກ 2,05 ລ້ານກີບ ໃນປີ 2012 – 2013; ສ່ວນອັດຕາຄວາມທຸກຍາກຫຼຸດລົງຈາກ 23,2% ໃນປີ 2012 – 2013 ຍັງເຫຼືອ 18,3% ມາຮອດໃນປີ 2018 – 2019 ນີ້ ເຊິ່ງກໍເຫັນວ່າເປັນແນວໂນ້ມທີ່ດີຂອງການພັດທະນາ.

    ສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ໄດ້ເຜີຍແຜ່ຜົນສຳຫຼວດການຊົມໃຊ້ ແລະ ການໃຊ້ຈ່າຍຂອງຄົວເຮືອນຄັ້ງທີ VI ( LECS ) ໃນ ສປປ ລາວ ຂຶ້ນໃນວັນທີ 28 ກໍລະກົດນີ້ ທີ່ສູນສະຖິຕິແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ມີພວກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ການສຳຫຼວດຄັ້ງນີ້ແມ່ນໄດ້ເລີ່ມຕົ້ນແຕ່ເດືອນມິຖຸນາ ປີ 2018 ຫາ ເດືອນມິຖຸນາ ປີ 2019 ເຊິ່ງເປັນການສືບຕໍ່ຈັດຕັ້ງປະຕິບັດມາທຸກໆ 5 ປີ ເລີ່ມແຕ່ປີ 1992/1993 ເປັນຕົ້ນມາ ແລະ ຄັ້ງນີ້ເປັນຄັ້ງທີ VI ( LECS VI ) ເປົ້າໝາຍຂອງການສຳຫຼວດກວມເອົາ 17 ແຂວງ ແລະ 1 ນະຄອນຫຼວງ ໃນຂອບເຂດທົ່ວປະເທດ, ມີ 636 ບ້ານທີ່ເປັນກຸ່ມຕົວຢ່າງ ( ຕົວແທນ ) ແລະ ກວມເອົາ 10.176 ຄົວເຮືອນທີ່ເປັນຕົວແທນ.

ອັດຕາຄວາມທຸກຍາກຂອງປະຊາຊົນລາວຫລຸດລົງກວ່າແຕ່ກ່ອນ



ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING