25 Jul
25Jul

ຄວາມສວຍງາມຂອງຕາດແຝກ ສະຖານທີ່ທ່ອງທ່ຽວເຊກອງ.

    ຕາດແຝກ ເຮົາສາມາດເດີນທາງໄປສະ­ຖານ­ທີ່ແຫ່ງນີ້ໄດ້ 2 ເສັ້ນ­ທາງຄືຈາກແຂວງ ເຊກອງ ມາຕາມເສັ້ນ­ທາງເລກທີ 16 ທິດ­ໃຕ້ 15 ກິ­ໂລ­ແມັດແລ້ວແວ່ກ້ຳ ຊ້າຍມືເຂົ້າໄປອີກ 2 ກິ­ໂລ­ແມັດ, ສ່ວນອີກເສັ້ນ­ທາງໜຶ່ງຖ້າມາແຕ່ ແຂວງອັດຕະປືເມື່ອຫວິດສົ້ນຂົວເຊ ນ້ອຍ 30-40 ແມັດແລ້ວ ແວ່ກໍ້າ ຂວາມືເຂົ້າໄປ 3-4 ກິ­ໂລ­ແມັດ.

ພາບ: ຂປລ

    ຕາດແຝກ ມີຄວາມກວ້າງໃຫຍ່ຂອງທຳມະຊາດ ທີ່ຮົ່ມເຢັນເຊິ່ງໄດ້ສ້າງໃຫ້ເກີດ ຄວາມສະ­ບາຍອົກສະ­ບາຍໃຈເອົາ ແທ້ເອົາວ່າ. ຂະ­ນະດຽວກັນກໍມີສາ ລາອະ­ເນກປະ­ສົງເພື່ອຊົມທິວທັດ ທຳມະຊາດເບິ່ງຄວາມກວ້າງຂອງ ນ້ຳໂຕນຕາດ 50 ແມັດຂຶ້ນໄປເຊິ່ງ ຢູ່ພັກເທິງຈະເປັນໜ້າເຫວທີ່ມີແລວ ນ້ຳກວ້າງ, ຖັດມາມີຄັນຄູຫີນເປັນ ແກ້ງຍາວຢຽດທັງເປັນທາງຂວາງ ນ້ຳເປັນລັ່ນຕໍ່ລົງມາໃສ່ພັກຫົວ ເຫວແລ້ວໄຫລເປັນ 2 ແລວຄູ່ຂະ ໜານກັນ ເຊິ່ງໜ້າຈະເປັນຊື່ຂອງຕາດ ກໍເປັນໄດ້ແລະມັນກໍໄດ້ກໍ່ໃຫ້ ເກີດຄວາມງາມຈາກສາຍນ້ຳໄຫລ ຄືດັ່ງກ່າວ.

    ເມື່ອມີບຸນປະ­ເພ­ນີ ຫລື ມື້ພັກມື້ຜ່ອນໃນວັນສຳ­ຄັນ ຂອງພັກ, ຂອງຊາດ ຫລື ມື້ພັກມື້ ຜ່ອນວັນເສົາວັນອາ­ທິດແຫລ່ງ ທ່ອງທ່ຽວທີ່ສາ­ມາດດຶງດູດຄວາມ ສົນ­ໃຈຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງ­ປະ­ເທດເຂົ້າໄປທ່ຽວຫລິ້ນນັບມື້ນັບເພີ່ມຂຶ້ນນັ້ນກໍຄືຕາດແຝກຢູ່ແຂວງເຊກອງ ເຊິ່ງເປັນນ້ຳໂຕນຕາດທີ່ເກີດຈາກສາຍ ນ້ຳເຊນ້ຳນ້ອຍຊາຍແດນລະ­ຫວ່າງແຂວງເຊກອງ ແລະ ແຂວງອັດຕະປື ໂດຍຫ່າງຈາກເທ­ສະບານແຂວງ ໄປທາງໃຕ້ 15 ກິ­ໂລແມັດ.

    ຕາດແຝກຄືອີກຈຸດໜຶ່ງທີ່ຜູ້ ຂຽນເລືອກໄປທ່ຽວ ຫາກທ່ານເບິ່ງຫາບ່ອນພັກຜ່ອນທາງທຳມະຊາດ, ຕາດ ແຝກ ອາດເປັນທາງເລືອກທີ່ດີສໍາ ລັບທ່ານໆທັງ­ຫລາຍເພາະນອກ ຈາກ ຢາກປ່ຽນບັນ­ຍາ­ກາດໃໝ່ ບັນ ຍາກາດທີ່ຮົ່ມເຢັນສະ­ບາຍໆຂອງ ບັນ­ດາຕົ້ນ­ໄມ້ໃຫຍ່ນ້ອຍທີ່ລຽນ ຊ້າຍ­ລ້າຍປົກຄຸມບໍ­ລິ­ເວນສະ­ຖານ ທີ່ທ່ອງທ່ຽວນີ້.

ຕາດແຝກ ອີກໜຶ່ງສະຖານທີ່ທ່ອງທ່ຽວທີ່ສວຍງາມ



ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido



ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING