ປະຫວັດ ພຣະເຈົ້າໝ່ານ ຂອງວັດຊຽງທອງ ຫລວງພຣະບາງ
ວັດຊຽງທອງ ຣາຊະວໍຣະວິຫາຣ ເມືອງຫລວງພຣະບາງຖືວ່າເປັນວັດໜື່ງທີ່ເກົ່າແກ່ ແລະ ສັກສິດແຫ່ງໜື່ງ ເປັນທີ່ສັກຄະລະບູຊາຂອງປະຊາຊົນຊາວຫລວງພະບາງ ແລະ ຊາວລາວທຸກຄົນທີ່ເຄີຍເຂົ້າໄປທ່ຽວຊົມ ແລະ ໄປສຳພັດມາ.
ພາບ: Art and Culture of Laos ພຣະພຸທມາຣາວິໄຊ ຫລື ພຣະເຈົ້າໝ່ານ ຂອງວັດຊຽງທອງ ຣາຊະວໍຣະວິຫາຣ ເມືອງຫລວງພຣະບາງ ສ້າງເມື່ອປີ ພສ 1989 ( ຄສ 1446 ) ນັບຈາກມື້ນັ້ນມາຮອດມື້ນີ້ ເປັນເວລາ 570 ປີຜ່ານມາແລ້ວ ( ປີນີ້ ຄສ 2016 – ປີສ້າງ ຄສ 1446 = 570 ປີ ຜ່ານມາແລ້ວ )
ພຣະພຸທມາຣາວິໄຊ ຫລື ພຣະເຈົ້າໝ່ານ ອົງນີ້ສ້າງໂດຍ ພຣະຄູມະຫາສົມເດັດສຸວັນນະປັນຍາ ນັບແຕ່ມື້ສ້າງຂຶ້ນມາ ກໍ່ປະດິດສະຖານຢູ່ວັດຊຽງທອງບໍ່ເຄີຍເຄື່ອນຍ້າຍໄປບ່ອນໃດນອກເຂດວັດເລີຍ
ເມື່ອກ່ອນຫລັງປີ ຄສ 1930 ລົງໄປ ພຣະໝ່ານແມ່ນປະດິດສະຖານຢູ່ອົບມຸງ ຢູ່ບໍລິເວນຂອງສວນດອກໄມ້ຫລັງອາຮາມ(ສີມ)ໃນປະຈຸບັນ ຫລັງຈາກອົບມຸງຫລົ້ມລົງແລ້ວ ເພິ່ນກໍ່ນຳເອົາພຣະຫມ່ານມາປະດິດສະຖານໄວ້ທີ່ຫໍພຣະໝ່ານດັ່ງທີ່ເຮົາເຫັນໃນປະຈຸບັນນີ້ ສ່ວນບັນດາພຣະພຸທທະຮູບອົງອື່ນໆກໍ່ຄືພຣະເຈົ້າທີ່ຕັ້ງຢູ່ກາງສວນດອກໄມ້ກໍ່ສ້າງຖານຂຶ້ນໂດຍນຳເອົາຫິນເປັນຖານພຣະ ( ຫິນດັ່ງກ່າວກໍ່ໄດ້ມາຈາກອຸບມຸງໃນເມືອກ່ອນຈາກຖານພຣະນັ້ນ ) ຈົນຊາວບ້ານຊາວເມືອງຕັ້ງຊື່ພຣະອົງທີ່ປະດິດສະຖານທີສວນດອກໄມ້ນັ້ນວ່າ ພຣະເຈົ້າຕາກແດດ ເພາະສາທຸມ້າວ ມະນີວັງໂສ ເຈົ້າອາວາດໃນຂະນະນັ້ນ ຝັນວ່າ ໃນສວນດອກໄມ້ເຫັນແດດອາທິດຮ້ອນແຮງ ແລະຕາມຮີດຂອງເມືອງຫລວງພຣະບາງແລ້ວ ພຣະພຸທຕ້ອງມີສິ່ງປຸກສ້າງ ເພື່ອບໍ່ໃຫ້ຕາກແດດ ຕາກຝົນ ຕົກມາຮອດໃນປີ ຄສ 1987 ເພິນຈິ່ງນຳພາສາທຸອ້າຍຈົວປຸງຫໍເພື່ອມຸງໃຫ້ພຣະເຈົາຕາກແດດນັ້ນ ສ່ວນພຣະເຈົ້າໝ່ານຫລັງຈາກອົບມຸງຫລົ້ມແລ້ວ ເພິ່ນກໍ່ນຳໄປປະດິດສະຖານຢູ່ຫໍພຣະເຈົ້າໝ່ານດັ່ງທີ່ເຫັນທຸກມື້ນີ້.
ປະຫວັດຂອງ ພຣະເຈົ້າໝ່ານຂອງວັດຊຽງທອງ ຫລວງພຣະບາງ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido
น่าดู
UFABET
แทงบอล
ดูบอล
ดูหนัง HD