09 May
09May

ພາສາລາວຄວາມໝາຍຂອງຄໍາວ່າ “ຄຳ”

ຄໍາ ເປັນຄໍາສັ້ນໆແຕ່ມີຄວາມໝາຍຫຼາກຫຼາຍທີ່ແຕກຕ່າງກັນ ໃນພາສາລາວເຮົາສາມາດໃຊ້ຄໍາເວົ້າພຽງຄໍາດຽວໄປປະສົມກັບຄໍາອື່ນແລ້ວໄດ້ຄວາມໝາຍໄປຄົນລະແບບໂດຍບໍ່ກັບມາມີຄວາມໝາຍແບບເກົ່າອີກດັ່ງນີ້

ພາບ: hurriyetdailynews.com

ຄໍາ ໝາຍເຖິງການສໍາຜັດດ້ວຍມືເຊັ່ນ:ເອົາມືລູບໄປມາ; ເອົາມືວາງແປະເບົາໆລົງຄ່ອຍໆ; ຈັບຄ່ອຍໆເປັນຂໍ້ຄວາມທີ່ເວົ້າອອກມາ ຫຼື ເປັ່ງເປັນສຽງເປັນຄໍາເວົ້າ; ເວົ້າເປັນຄໍາໆ; ອັກສອນທີ່ປະສົມກັນແລ້ວອ່ານອອກສຽງເປັນຄໍາໜຶ່ງ ເຊິ່ງພາສາໄທເອີ້ນວ່າ: คําพูด
ອາຫານທີ່ເອົາເຂົ້າປາກ ຫຍໍ້າແລ້ວກືນເທື່ອໜຶ່ງເອີ້ນວ່າ: ກິນຄໍາໜຶ່ງ ຫຼື ໜຶ່ງຄໍາ(กินข้าวไหมค่ะสักคำเถอะค่ะ)
ຄໍາ ຫຼື ພາສາໄທເອີ້ນວ່າ: ທອງຄໍາ( ทองคำ) ເປັນໂລຫະທີ່ມີລາຄາແພງອີກຊະນິດໜຶ່ງທີ່ມີສີເຫຼືອງເຫຼື້ອມງົດງາມ ສາມາດຊັກນໍາໄຟຟ້າແລະ ຄວາມຮ້ອນໄດ້ດີ ສາມາດມາຕີເປັນແຜ່ນ ແລະ ສາວເປັນເສັ້ນໄດ້ ນໍາໃຊ້ເປັນສິນຄ້າທີ່ມີລາຄາສູງນໍາມາເຮັດເຄື່ອງປະດັບເອ້ ມີອັດຕາແລກປ່ຽນເປັນເງິນໄດ້ຢ່າງຄົງຕົວ ເຊິ່ງມັກໃຊ້ກັນມາແຕ່ບູຮານ ມີຫົວໜ່ວຍເຊັ່ນ: ຫຸນ; ສະຫຼຶງ; ບາດ ມີຄ່າຊັດເຈນເມື່ອແລກປ່ຽນເປັນເງິນ ມີຂາຍຕາມທ້ອງຕະຫຼາດ ແລະ ໃນອຸດສາຫະກໍາຜະລິດເຄື່ອງວັດແທກຫາຄວາມຊັດເຈນ; ເປັນໂລຫະໜຶ່ງທີ່ຢູ່ໃນສະພາບບໍລິສຸດຕາມທໍາມະຊາດປະປົນຢູ່ກັບດິນ, ພື້ນນໍ້າ ແລະ ມີເປັນບໍ່ຢູ່ໃນດິນ; ຄໍາໃບເປັນເມັດນ້ອຍໆທີ່ປົນຢູ່ກັບຊາຍ; ຄໍາຜຸຍ ຫຼື ຄໍາຜົງເປັນຝຸ່ນປົນຢູ່ນໍາດິນ; ຄໍາຂາວ ເປັນໂລຫະສີຂາວໝົ່ນ ທີ່ແທ້ແມ່ນທອງຂາວ ອ່ອນໜຽວແລະໜັກແໜ້ນ ບໍ່ເຂົ້າໝ້ຽງ ແລະ ບໍ່ເປື່ອຍໃນອາຊີດ ແລະ ໃນນໍ້າ.ໃຊ້ເປັນເຄື່ອງປະດັບເອ້ ແລະ ເຄື່ອງວັດແທກຄວາມຊັດເຈນ.
ມາຮູ້ຈັກຄຳວ່າ “ຄໍາ” ກັບຄວາມໝາຍໃນພາສາລາວ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


น่าดู:    https://doodido.com/

UFABET:    https://www.ufabet369.net/ufabet/

แทงบอล:    https://www.ufabet369.net/

ดูบอล:    https://zonedooball.com/

ดูหนัง HD:    https://moviesdoofree.com/

Comments
* The email will not be published on the website.
I BUILT MY SITE FOR FREE USING