“ຢຽດສີຜິວ ຫຼື ຈຳແນກເຊື້ອຊາດ ແລະຜິວພັນ”
ຄິດວ່າຫຼາຍໆຄົນຄົງຈະຕິດຕາມຂ່າວຮ້ອນທີ່ເກີດຂຶ້ນຢູ່ອາເມລິກາໃນຕອນນີ້ ເຊິງມີປະຊາຊົນຊາວອາເມລິກາ ແລະ ອື່ນໆບໍ່ພໍໃຈກັບການປະຕິບັດກັບຄົນຜິວດຳ, ເຊິງສາຍເຫດທີ່ຈູດສະນວນໃຫ້ເກີຂື້ນນີ້ກໍ່ມາຈາກການຈັບກູ່ມຄົນຜິວດຳຂອງຕຳຫລວດອາເມລິກາເກີນເຫດ ແລະ ເຮັດໃຫ້ຊາຍຜິວດຳນັ້ນເສຍຊິວິດ ແລະ ອາດມີກໍລະນີສະສົມມາຫລາຍໆກໍລະນີ, ແຕ່ເຮົາຈະມາເວົ້າກ່ຽວກັບຄຳທີ່ເຮົາມັກໄດ້ຍິນຕະຫລອດກໍ່ຄືຄຳວ່າ ຢຽດ.
ພວກເຮົາຈະຂໍນຳເອົາ 2 ຄຳສັບທີ່ຢາກໃຫ້ທຸກຄົນເຂົ້າໃຈກົງກັນ
ຖ້າພວກເຮົາຕິດຕາມຂ່າວຈາກສື່ໄທ ເຂົາຈະເວົ້າ ແລະຂຽນວ່າ “ການຢຽດສີຜິວ, ຢຽດຜິວ”
ຄຳວ່າ ຢຽດສີຜິວ ນີ້ທາງສື່ມວນຊົນລາວເຮົາເຄີຍໃຊ້ວ່າ “ການຈຳແນກເຊື້ອຊາດ ແລະ ຜິວພັນ“
ດັ່ງນັ້ນ,, ຢາກໃຫ້ທຸກຄົນເຂົ້າໃຈ ແລະນຳໃຊ້ກົງກັນເວລາເວົ້າ ຫຼືຂຽນເລື່ອງນີ້ ເພື່ອເປັນການບໍ່ຕ້ອງຢືມພາສາອື່ນມາໃຊ້ ຫຼືຫຼົງລືມຄຳທີ່ພາສາລາວເຄີຍບັນຍັດໄວ້ແລ້ວ ຢາກໃຫ້ທຸກຄົນໃຊ້ວ່າ “ການຈຳແນກເຊື້ອຊາດ ແລະຜິວພັນ”
ອະທິບາຍສັບເພີ່ມຕື່ມ
– ຢຽດ ບໍ່ພົບຄວາມໝາຍທັງໃນວັດຈະນານຸກົມທີ່ຮຽບຮຽງໂດຍ ທອງຄຳ ອ່ອນມະນີສອນ ແລະສະຖາບັນວິທະຍາສາດສັງຄົມ
ແຕ່ຄຳວ່າ “ຢຽດ” ມີບາງທ້ອງຖິ່ນໃຊ້ຄູ່ກັບຄຳວ່າ ຢືດ ເຊັ່ນ ຢືດໃຫ້ຊື່, ຢຽດແຄ່ງຢຽດຂາ, ຢຽດ ກົງກັນຂ້າມກັບຂົດ.
ພາສາລາວຄວາມໝາຍຂອງຄຳວ່າ ຢຽດ ແລະ ການຢຽດສີຜິວ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido