06 Jun
06Jun

ວ່າດ້ວຍຄວາມໝາຍຂອງ “ຄຳມະໂນພາບ ແລະ ຄຳພາຫະນະ”

ຫລາຍໆຄົນຄົງຍັງບໍ່ຄອຍເຂົ້າໃຈຄຳນີ້ ຫລື ອາດຈະເຄີຍໄດ້ຍິນຜ່ານຫູມາແຕ່ຍັງບໍ່ເຂົ້າໃຈເລີກເຊິງ ແລະ ແນ່ນອນຜູ້ບໍ່ໄດ້ຮຽນສະເພາະສາຍກໍເປັນງົງໆແດ່ ເພາະການຈັດແບ່ງ ຫຼື ເອີ້ນກັນແບບບນີ້ແມ່ນຢູ່ໃນວິທະຍາໄລ ຫຼື ມະຫາວິທະຍາໄລ ທີ່ເປັນສາຍສະເພາະພາສາລາວ ແລະອັກສອນສາດເທົ່ານັ້ນ ແຕ່ໃນປ່ອງຢ້ຽມພາສາລາວທຸກໆທ່ານຈະໄດ້ຮູ້ນຳກັນແບບເຂົ້າໃຈງ່າຍດັ່ງນີ້.

ຄໍາມະໂນພາບ ແມ່ນຄໍາທີ່ມີຄວາມໝາຍແຈ້ງ ແລະສົມບູນ ທີ່ສາມາດສ່ອງແສງມະໂນພາບໃດໜຶ່ງແນ່ນອນ ອັນໄດ້ແກ່ປະເພດຄໍານາມ, ຄໍາແທນນາມ (ຄໍາສັບພະນາມ), ຄໍາກໍາມະ (ຄໍາກິລິຍາ) ແລະຄໍາຄຸນນາມ.

ຕົວຢ່າງ: ຄໍານາມ: ອາຈານ, ນັກສຶກສາ, ຄວາຍ, ໂຕະ, ຕັ່ງ

ຄໍາແທນນາມ: ຂ້ອຍ, ເຈົ້າ, ລາວ, ເຂົາ, ໃຜ, ຫຍັງ, ອັນໃດ

ຄໍາກໍາມະ: ກິນ, ເວົ້າ, ຄິດ, ນັ່ງ, ນອນ, ຢືນ

ຄໍາຄຸນນາມ: ງ່າຍ, ສູງ, ຕໍ່າ, ດໍາ, ຂາວ

ຄໍາພາຫະນະ ແມ່ນຄໍາແມ່ນຄໍາທີ່ບໍ່ມີຄວາມໝາຍສົມບູນ ແລະບໍ່ສ່ອງແສງມະໂນພາບໃດໆ ແຕ່ມັນເຮັດໜ້າທີ່ເປັນພາຫະນະດ້ານໄວຍາກອນ ເຊິ່ງອາດມີສ່ວນສະແດງ ຫຼືບໍ່ສະແດງອາລົມຈິດ. ຄໍາເຫລົ່ານີ້ໄດ້ ແກ່ ຄໍາຕໍ່, ຄໍາເຊື່ອມ, ຄໍາອຸທານ, ຄໍາຊ່ວຍ, ຄຳສ້ອຍ.
ຄວາມໝາຍພາສາລາວຂອງ ຄຳມະໂນພາບ ແລະ ຄຳພາຫະນະ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido

Comments
* The email will not be published on the website.
I BUILT MY SITE FOR FREE USING