ກໍາມະການ ແລະ ກໍາມາທິການ ອະທິບາຍຄວາມໝາຍທີ່ແຕກຕ່າງກັນ
ສອງຄໍາສັບນີ້ຫຼາຍໆຄົນອາດຈະຄຸ້ນຫູ ແລະ ໄດ້ຍິນມາຕະຫຼອດ ໂດຍສະເພາະຄົນທີ່ເຮັດວຽກໃນລັດຖະການ (ພະນັກງານສັງກັດລັດ) ແຕ່ຫຼາຍໆຄົນກໍ່ຍັງບໍ່ທັນເຂົ້າໃຈຢ່າງເລິກເຊິ່ງແທ້ ໃນການໃຊ້ສັບສອງຢ່າງນີ້ ກໍາມະການຫຼາຍໆຄົນອາດຈະເຂົ້າໃຈໃນແງ່ຂອງການຕັດສິນການແຂ່ງຂັນຂອງນັກກິລາ ແຕ່ໃນນີ້ເຮົາມາຮູ້ຈັກກັບຄໍາສັບສອງສັບນີ້ໄປພ້ອມໆກັນ.
ຄໍາວ່າ: ກໍາມະການ ມີຄວາມໝາຍວ່າ ເປັນຄໍານາມ ທີ່ບົ່ງບອກເຖິງ ບຸກຄົນທີ່ເຮັດວຽກ,ເປັນເຈົ້າໜ້າທີ່,ຜູ້ທໍາໜ້າທີ່ ໄດ້ຮັບການເລືອກ ຫຼື ແຕ່ງຕັ້ງເຂົ້າເປັນຄະນະໃນການຮັບໜ້າທີ່ ໃນການຕັດສິນບັນຫາທຸກໆຢ່າງກ່ຽວກັບວຽກງານ ເຮັດວຽກອັນໃດອັນໜຶ່ງ ເຊິ່ງໄດ້ຮັບມອບໝາຍລວມກັນເປັນໝູ່ຄະນະ ເອີ້ນວ່າ: ຄະນະກໍາມະການ ເຊັ່ນ: ຄະນະກໍາມະການກິລາ, ກໍາມະການພັກເມືອງ,ກໍາມະການງານບຸນຕ່າງໆ…
ຄໍາວ່າ: ກໍາມາທິການ ມີຫຼາຍກໍາມາທິການ ຄວາມໝາຍວ່າ ເປັນຄໍານາມ ໝາຍເຖິງຜູ້ເຮັດວຽກລະດັບສູງ,ເຈົ້າໜ້າທີ່ຂັ້ນສູງຜູ້ເຮັດວຽກສໍາຄັນໃນລະດັບສູງສຸດ ຄືບຸກຄົນທີ່ໄດ້ຮັບເລືອກຈາກວຸດທິສະພາ ຫຼື ສະພາຜູ້ແທນລາດຊະດອນເພື່ອກະທໍາກິດຈະການ ພິຈາລະນາສອບສວນ ຫຼື ສຶກສາເລື່ອງຕ່າງໆຕາມທີ່ສະພາມອບໝາຍແລ້ວລາຍງາຍຕໍ່ສະພາ.
ເວົ້າລາວກັນຄະນະກໍາມາທິການ ມີ 2ປະເພດຄື: ຄະນະກໍາມາທິການສາມັນ ແລະ ຄະນະກໍາມາທິການວິສາມັນ.
ກໍາມາທິການສາມັນ ປະກອບດ້ວຍບຸກຄົນເຊິ່ງເປັນສະມາຊິກຂອງສະພາລ້ວນໆ.
ກໍາມະການ ແລະ ກໍາມາທິການ ມີຄວາມໝາຍແຕກຕ່າງກັນແນວໃດ?ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์