ຄວາມໝາຍພາສາລາວຂອງຄໍາວ່າ: ກົດໄອຍະການເສິກ.
ອະທິບາຍຄວາມໝາຍ ແລະ ວິທີການນໍາໃຊ້, ເຊິ່ງຄໍາສັບທີ່ເຮົາຈະຍົກຂຶ້ນມາເວົ້າໃນບົດຄວາມນີ້ແມ່ນຄໍາວ່າ: ກົດໄອຍະການເສິກ. ຄໍາດັ່ງກ່າວ ບໍ່ຄ່ອຍຖືກນໍາໃຊ້ໃນຊີວິດປະຈໍາວັນທົ່ວໄປ ເພາະເປັນສັບສະເພາະຂອງທາງການ. ໃນການອະທິບາຍຄວາມໝາຍຂອງຄໍາສັບດັ່ງກ່າວ ເຮົາໄດ້ນໍາເອົາຂໍ້ມູນບາງສ່ວນຈາກປຶ້ມວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ມາປະກອບໃສ່ໃນບົດຄວາມນີ້ ແລະ ເຮົາສາມາດອະທິບາຍຄວາມໝາຍ ແລະ ວິທີການນໍາໃຊ້ຄໍາສັບໄດ້ ດັ່ງນີ້:
DooDiDo ຄໍາວ່າ ກົດໄອຍະການເສິກ.
ປະກອບມີສາມຄໍາປະສົມກັນ ໄດ້ແກ່ຄໍາວ່າ: ກົດ-ໄອຍະການ-ເສິກ, ເຊິ່ງທັງສາມຄໍານີ້ກໍ່ລ້ວນແຕ່ມີຄວາມໝາຍໃນຕົວມັນເອງເຊັ່ນ:
ກົດ (ຄໍານາມ) ໝາຍເຖິງ ປະເພນີ, ລະບຽບ ຂໍ້ບັງຄັບ, ລະບຽບທີ່ຄົນຜູ້ໜຶ່ງ ຄະນະໜຶ່ງວາງໄວ້ ເພື່ອໃຫ້ຄົນໃນໝູ່ ໃນຄະນະເຮັດ ຫຼືທໍາສະເໝີກັນ.
ຕົວຢ່າງ:
ກົດຂອງການເປັນຂ້າລາດຊະການຄືຕ້ອງເຮັດວຽກເພື່ອປະຊາຊົນ.
ເປັນທະຫານຕ້ອງປະຕິບັດຕາມກົດລະບຽບຢ່າງເຄັ່ງຄັດ.
ໄອຍະການ (ຄໍານາມ) ໝາຍເຖິງ ຊື່ຕໍາແໜ່ງ ແລະ ເຈົ້າໜ້າທີ່ພວກໜຶ່ງໃນກະຊວງຍຸຕິທໍາ ມີໜ້າທີ່ຟ້ອງຄວາມຂອງແຜ່ນດິນ ຫຼືຂອງລັດຖະບານ, ຜູ້ຈັດການຟ້ອງແທນລັດຖະບານ.
ຕົວຢ່າງ:
ໄອຍະການສັ່ງຟ້ອງພະນັກງານລັດຈໍານວນໜຶ່ງໃນຂໍ້ຫາສໍ້ລາດບັງຫຼວງ.
ເສິກ (ຄໍານາມ) ໝາຍເຖິງ ສົງຄາມ, ການຂ້າຟັນກັນດ້ວຍອາວຸດຍຸດໂທປະກອນ ເພື່ອຜົນປະໂຫຍດທາງເສດຖະກິດການເມືອງ.
ຄໍາວ່າ ກົດໄອຍະການເສິກ ມີຄວາມໝາຍແນວໃດ?
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido.
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์