ຄວາມໝາຍໃນພາສາລາວຂອງຄໍາວ່າ ກົ່ວ ແລະ ກວ່າ.
ຄໍາວ່າ ກົ່ວ ແລະ ກວ່າ ຫຼາຍຄົງເຄີຍໃຊ້ ເປັນຄໍາທີ່ອອກສຽງຄ້າຍຄືກັນ ຈົນອາດຈໍາແນກບໍ່ໄດ້ວ່າເວົ້າຄໍາໃດແທ້, ຖ້າຫາກເປັນພາສາຂຽນກໍ່ຍັງພໍຈໍາແນກໄດ້ຢູ່ ແຕ່ຖ້າວ່າເປັນພາສາເວົ້າແນ່ນອນວ່າຫຼາຍຄົນກໍຄົງເຄີຍອອກສຽງຜິດ, ອີງຕາມຂໍ້ມູນຈາກວັດຈະນານຸກົມພາສາລາວ ທີ່ ຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນເຮົາສາມາດອະທິບາຍຄວາມໝາຍຄໍາສັບດັ່ງກ່າວ.
DooDiDoໃນບົດຄວາມນີ້ເຮົາຈະມາເວົ້າເຖິງ ຄວາມໝາຍຂອງ ຄໍາວ່າ ກົ່ວ ກັບ ກວ່າ, ເຊິ່ງຖ້າຫາກວ່າເຮົາບໍ່ຟັງດີໆ ຫຼື ຟັງແບບຜິວເຜີນ ກໍ່ອາດຈະຈໍາແນກບໍ່ອອກວ່າຄໍາໃດເປັນຄໍາໃດ ເພາະວ່າມັນມີສໍານຽງທີ່ຂ່ອນຂ້າງຄ້າຍຄືກັນ ຈຶ່ງເຮັດໃຫ້ຄົນສ່ວນຫຼາຍມີຄວາມສັບສົນໃນການເວົ້າ ແລະ ຟັງ ສອງຄໍາສັບນີ້.
ຄຳວ່າ ກົ່ວ:
ຄໍານີ້ໃຊ້ເປັນຄໍານາມ ມີຄວາມໝາຍວ່າ ຂີ້ກົ່ວ ເປັນຊື່ແຮ່ທາດຊະນິດໜຶ່ງສີຂາວມີລັກສະນະອ່ອນເປື່ອຍງ່າຍໃຊ້ເຮັດລູກແຫ, ລູກມອງ ເອີ້ນວ່າ ກົ່ວ ຫຼືຂີ້ກົ່ວ.
ຕົວຢ່າງ:
ປ໋ອມໃສ່ເບັດຕຶກປາສ່ວນຫຼາຍແມ່ນເຮັດດ້ວຍກົ່ວ 100 %.
ຄຳວ່າ ກວ່າ:
ຄໍານີ້ໃຊ້ເປັນຄໍາຄຸນນາມ ມີຄວາມໝາຍວ່າ ຍິ່ງ, ເກີນ, ຫຼາຍ, ການທຽບຈຳນວນຖ້າຫຼາຍກໍ່ວ່າຫຼາຍກວ່າ, ຖ້າໜ້ອຍກໍ່ວ່າໜ້ອຍກວ່າ. ທຽບຄຸນນະພາບຖ້າດີກໍ່ວ່າດີກວ່າ, ຖ້າຊົ່ວກໍ່ວ່າຊົ່ວກວ່າ.
ຕົວຢ່າງ:
ປີນີ້ມີຝົນຕົກຫຼາຍກວ່າປີກ່ອນ, ເຮັດໃຫ້ນໍ້າຖ້ວມຢູ່ຫຼາຍແຫ່ງ.
ຄໍາວ່າ ກົ່ວ ແລະ ກວ່າ ມີຄວາມໝາຍແນວໃດໃນພາສາລາວ?ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์