24 Jun
24Jun

ພາສາລາວອະທິບາຍການນຳໃຊ້ຄຳວ່າ “ທີ” ແລະ “ທີ່”.

ໃນພາສາລາວ, ການຂຽນ ລວມທັງຄວາມໝາຍຂອງຄຳວ່າ “ທີ” ແລະ “ທີ່” ມີຄວາມໃກ້ຄຽງກັນ, ແລະ ມີຄວາມໝາຍ ແລະວິທີການໃຊ້ແຕກຕ່າງກັນ, ແຕ່ບາງຄົນອາດສັບສົນ ແລະ ຫລາຍຄົນໄດ້ມີການນຳໃຊ້ແບບຜິດໆຖືກໆ, ເພາະບໍ່ແນໃຈໃນການໃຊ້ ລະຫວ່າງສອງຄຳນີ້ ດ້ວຍຄວາມໝາຍຂອງມັນທີ່ໃກ້ຄຽງກັນສະນັ້ນເພື່ອຄວາມເຂົ້າໃຈທີ່ຖືກຕ້ອງ ແລະ ເປັນເອກະພາບກັນເຮົາຈະຂໍອະທິບາຍໃຫ້ເຂົ້າໃຈດີຂື້ນຕື່ມດັ່ງນີ້.
ຄວາມໝາຍຂອງສັບ
ທີ 1: ເປັນຄຳນາມ ໝາຍເຖິງ “ເທື່ອ, ຄັ້ງ, ຊັ້ນ, ຕຳແໜ່ງ, ລຳດັບ” ເຊັ່ນ ທີໜຶ່ງ, ທີສອງ ແລະລຳດັບເລກວັນໃນປະຕິທິນ ເຊັ່ນ ວັນທີ 1 2 3 4 5+
ປຽບ, ກຽດ, ວາດ, ທ່າ ເຊັ່ນ ທ່າທີ, ເສຍທີ, ເຕັມທີ, ລອງທີ…
ທີ່ 1: ເປັນຄຳນາມ ໝາຍເຖິງສະຖານທີ່, ບ່ອນ, ຈຸດໜຶ່ງ ເຊັ່ນ: ຢູ່ທີ່, ທີ່ຢູ່, ທີ່ບ້ານ, ທີ່ນີ້, ທີ່ນັ້ນ.
ຄໍາຕໍ່ ໃຊ້ບອກຈຸດເນັ້ນ ຫຼື ເນັ້ນຈຸດນັ້ນໆເຊັ່ນ: ຜູ້ທີ່ເຈົ້າເວົ້າຫາ, ທີ່ຮັກ, ອັນທີ່ເຮົາຕ້ອງການ, ງ່າຍທີ່ສຸດ, ຄຳທີ່ໜ້າປະທັບໃຈ, ສິ່ງທີ່ຕ້ອງການ…
ເວົ້າລາວກັນ
ການໃຊ້ໃນປະໂຫຍກດຽວກັນ
  1. ວັນທີ 2 ທັນວາ ແມ່ນວັນທີ່ສະຖາປະນາ ສປປ.ລາວ
  2. ເດືອນຕຸລາ ເປັນເດືອນທີ 10 ຂອງປີ ເປັນເດືອນທີ່ມີເຫດການປະຫວັດສາດຫຼາຍວັນເຊັ່ນ ວັນຄູແຫ່ງຊາດ, ວັນຢຶດອຳນາດ..
  3. ຂ້ອຍເສັງໄດ້ທີ 1 ເຊິ່ງເປັນທີທີ່ໜ້າປະທັບໃຈ.
  4. ວັນທີ່ເຈົ້າຈາກຂ້ອຍໄປ ແມ່ນວັນທີ 29 ເດືອນ 2 ຂອງປີກ່ອນ.
  5. ທີ່ນີ້ເປັນບ່ອນທີ່ຂ້ອຍກັບເຈົ້າພົບກັນ.
  6. ເບິ່ງທ່າທີຂອງເຈົ້າຄືຊິບໍ່ເໝາະກັບການເຮັດວຽກຢູ່ທີ່ນີ້.
  7. ເຈົ້າຄືທີ່ຮັກຂອງຂ້ອຍ ທີ່ຂ້ອຍຮັກທີ່ສຸດ.
  8. ວັນທີ 20 ຕຸລາ ເປັນວັນທີ່ຂ້ອຍເສຍທີໃຫ້ກັບຄົນທີ່ຂ້ອຍຮັກ ແລະໄວ້ໃຈທີ່ສຸດ.
ສັງເກດຄຳວ່າ “ວັນທີ” ກັບ “ວັນທີ່”
ວັນທີ ແມ່ນໝາຍເຖິງຕົວເລກຕາມປະຕິທິນພາຍໃນ 1 ເດືອນ. (ຢ່າຫຼົງໃຊ້ຄືໄທເດັດຂາດ ເພາະພາສາໄທໃຊ້ วันที่ ມີວັນນະຍຸດເອກ)
ວັນທີ່ ໝາຍເຖິງ ວັນ ບົ່ງບອກເຖິງການເນັ້ນວັນນັ້ນໆ ເຊັ່ນວັນທີ່ເຈົ້າຈາກໄປ, ວັນທີ່ບໍ່ມີເຈົ້າ, ວັນທີ່ເຮົາພົບກັນ…
ພາສາລາວການນຳໃຊ້ຄຳວ່າ ທີ ແລະ ທີ່ ແລະ ຄວາມໝາຍຂອງມັນ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING