10 Jun
10Jun

ສອງຄໍາເວົ້ານີ້ມີຄວາມໝາຍແຕກຕ່າງກັນຢ່າງໃດ?

ຄຳທີ່ມີສຽງສ່ຳນຽງຄ້າຍຄືກັນ ຈົກ ກັບ ໂຈກ ຫາກຝຣັ່ງຕ່າງຊາດເຂົາອາດຈະເວົ້າວ່າເປັນຄຳດຽວກັນເລີຍຫາກບໍ່ໄດ້ເບິ່ງຕົວສະກົດຂອງຄຳ ແລະ ສອງຄຳນີ້ກໍ່ອາດຈະຟັງການອອກສຽງຄ້າຍໆກັນ, ແຕ່ທີ່ຈິງການອອກສຽງ ແລະ ລວມທັງຄວາມໝາຍຂອງສອງຄໍານີ້ ກໍ່ມີຄວາມແຕກຕ່າງກັນໄປຄົນລະແບບດັ່ງນີ້.
ຄຳວ່າ ຈົກ:
1. ເອົາມືແຫຍ່ ຫຼື ເດ່ ເຂົ້າໄປທາງໃນຮູ ໃນປ່ອງ ຫຼື ໃນພາຊະນະ ຫຼື ສະຖານທີ່ທີ່ມີການກັ້ນກາງລະຫວ່າງຂ້າງໃນ ແລະ ຂ້າງນອກ ແລ້ວເອົາມືຈົກເຂົ້າໄປຈັບເອົາສິ່ງໃດສິ່ງໜຶ່ງທີ່ເຮົາຕ້ອງການຢູ່ທາງໃນອອກມາ . ຕົວຢ່າງ: ຈົກເອົາກົບຢູ່ໃນຮູກາງນາ, ຈົກເອົາເຂົ້າຢູ່ໃນກະຕີບ…
2. ເຄື່ອງມືທີ່ໃຊ້ໃນການອອກແຮງງານ ໂດຍສະເພາະແມ່ນເຄື່ອງມືກົ່ນດິນ ຂຸດດິນ ເສຍຫຍ້າ ທີ່ເຮັດດ້ວຍໂລຫະແຂງທີ່ມີຄົມ ແລ້ວປະກອບດ້າມໃສ່ຕາມທາງນອນ ເຊິ່ງເຮົາເອີ້ນວ່າ: ຈົກ ສາມມາດນໍາມາໃຊ້ສອຍໃຫ້ເກີດປະໂຫຍດໄດ້ຫຼາຍຢ່າງໃນຊີວິດປະຈໍາວັນຂອງຄົນເຮົາ.
ເວົ້າລາວກັນ
ຄຳວ່າ ໂຈກ:1. ແມ່ນຊື່ຂອງປາຊະນິດໜຶ່ງ ມີເກັດ ຕົວຄືປາຂາວ ແຕ່ໂຕໃຫຍ່ ແລະ ຍາວເອີ້ນວ່າ: ປາໂຈກ ເປັນປາທີ່ອາໄສຢູ່ໃນແມ່ນໍ້າທີ່ໄຫຼ ບໍ່ມັກຢູ່ໃນໜອງ ເປັນປາທໍາມະຊາດ.
2. ແມ່ນພາຊະນະທີ່ເປັນຮູບກົມສູງ ກົ້ນສ້ວຍຢ່າງດຽວກັນກັບຈອກ ແຕ່ໃຫຍ່ກວ່າຈອກ ມີຄວາມໝາຍອີກຢ່າງໜຶ່ງວ່າ:ໂຈ້ນ,ໃຫຍ່,ສູງ ເຊັ່ນ: ໄກ່ໂຈກ , ຫົວໜ້າ,ໂປ່,ເປັນໃຫຍ່, ທີລຸນໝູ່(ໃຊ້ສະເພາະການຫຼິ້ນການພະນັນ ທີ່ຫຼິ້ນກັນຕາມລໍາດັບຜູ້ຫຼິ້ນຊະນະກັບຜູ້ເສຍໄປຕາມລໍາດັບ ສະເພາະຜູ້ເສຍສຸດທ້າຍໝູ່ເອີ້ນວ່າໂຈກ) ຕົວຢ່າງ: ຫຼິ້ນໄພ້ຫວຽດນາມ ສົມມຸດຜູ້ຫຼິ້ນມີ 4 ຄົນຈະມີຜູ້ຊະນະທີ1,2,3 ຕາມລໍາດັບ ສ່ວນຜູ້ທີ4 ຜູ້ໄພ້ເຫຼືອໃນມືສຸດທ້າຍເອີ້ນວ່າ: ຜູ້ໂຈກ.
3.ໂຈກໂຫວກ-ໂຈກໂຫລກ ໝາຍເຖິງບ່ອນເປັນຂຸມເລິກ.
ຈົກ ແລະ ໂຈກ ມີຄວາມໝາຍແຕກຕ່າງກັນ. ແຕ່ຄໍາວ່າ: ຈົກ ພາສາໄທກໍ່ເອີ້ນວ່າຈົກຄືກັນກັບພາສາລາວ ແລະ ມີຄວາຍໝາຍຄືກັນ ແຕ່ຍັງມີອີກຄໍາໜຶ່ງທີ່ຄ້າຍຄືເຊັ່ນ: ໂຈ໊ກ ທັງພາສາໄທ ແລະ ພາສາລາວກໍ່ມີຄວາມໝາຍດຽວກັນຄື: ໂຈ໊ກ ໝາຍເຖິງເຂົ້າຕົ້ມຈົນເລະແຫຼວ ແລ້ວເອົາເຄື່ອງປຸງ ແລະ ຊີ້ນໝູ ຫຼື ຊີ້ນໄກ່ໃສ່.
ຈົກ ແລະ ໂຈກ ສອງຄໍາເວົ້ານີ້ມີຄວາມໝາຍແຕກຕ່າງກັນຢ່າງໃດ?
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING