ໃນພາສາລາວມີຫຼາຍໆຄຳສັບທີ່ມີຄວາມຄ້າຍຄືກັນ ທັງທາງດ້ານການຂຽນສະກົດຄຳ ແລະ ດ້ານການອ່ານອອກສຽງ, ຖ້າຫາກໃຊ້ບໍ່ຖືກຕ້ອງຕາມຮູບປະໂຫຍກຈະເຮັດ ໃຫ້ຄວາມໝາຍຂອງມັນປ່ຽນແປງໄປທັນທີ, ທັງນີ້ຍ້ອນວ່າ ຈຸດພິເສດ ຂອງລາວເຮົາແມ່ນມີຫຼາກຫຼາຍຊົນເຜົ່າ ແຈກຢາຍຢູ່ຕາມແຕ່ລະຂົງເຂດທົ່ວປະເທດ. ສະນັ້ນ, ຈຶ່ງມີຄວາມແຕກຕ່າງກັນ ໃນການໃຊ້ພາສາ ໂດຍສະເພາະແມ່ນການປາກເວົ້າ.
ໃນບົດຄວາມນີ້ເຮົາຈະມາເວົ້າເຖິງຄວາມໝາຍຂອງຄຳວ່າ: ກໍ ແລະ ກໍ່ ຊຶ່ງຄຳສອງຄຳນີ້ມີຄວາມຄ້າຍຄືກັນ ທັງທາງດ້ານ ການຂຽນສະກົດຄຳ ແລະ ການອ່ານອອກສຽງ ຕ່າງກັນພຽງແຕ່ໜ້ອຍດຽວ, ຄົນສ່ວນຫຼາຍມັກຫຼົງກັນ ແລະ ໃຊ້ບໍ່ຖືກຕ້ອງຕາມຄວາມໝາຍຂອງມັນ ທັງໃນການເວົ້າ, ການຂຽນໃນປະໂຫຍກ ແລະ ບົດຄວາມຕ່າງໆ, ເພື່ອຄວາມເຂົ້າໃຈຫລາຍຂື້ນຕື່ມອີກເຮົາຈະມາລົມລາຍລະອຽດກັນດັ່ງຕໍ່ໄປນີ້ ໂດຍອີງຕາມການອະທິບາຍຄວາມໝາຍຄຳສັບໃນວັດຈະນານຸກົມພາສາລາວ ເຮົາສາມາດແປຄວາມໝາຍຂອງຄຳ ດັ່ງກ່າວໄດ້ດັ່ງນີ້:
ຄຳວ່າ ກໍ:
ຄຳນີ້ເປັນໄດ້ທັງຄຳນາມ ແລະ ຄຳຄຸນນາມ, ເຊິ່ງຄວາມມີຄວາມໝາຍແຕກຕ່າງກັນ ດັ່ງນີ້:
ກໍ (ຄຳນາມ) ໝາຍເຖິງເຫົ້ງາ, ຈຸ້ມ, ກົກ, ເຊື້ອແນວ, ຕົ້ນໄມ້ທີ່ເກີດເປັນຈຸ້ມດັ່ງເຊັ່ນກໍໄຜ່.
ຕົວຢ່າງ:
ແມ່ຂອງຂ້ອຍໄດ້ປູກກໍໄຜ່ໄວ້ຫຼາຍຕົ້ນເພື່ອນຳເອົາໜໍ່ໄຜ່ມາປຸ່ງແຕ່ງເປັນອາຫານ
ກໍ (ຄຳຄຸນນາມ) ໝາຍເຖິງມົນ, ກົມ, ຄົນເຮັດຕາກົມ, ຕາມົນ.
ຕົວຢ່າງ:
ຕອນນີ້ມັນເດິກແລ້ວເປັນຫຍັງເຈົ້າຄືຍັງບໍ່ນອນ, ຍັງເຮັດຕາກໍຢູ່.
ຄຳວ່າ ກໍ່:
ຄຳນີ້ເປັນໄດ້ທັງຄຳຕໍ່, ຄຳນາມ ແລະ ຄຳກຳມະ, ເຊິ່ງມີຄວາມໝາຍແຕກຕ່າງກັນດັ່ງນີ້:
ໃຊ້ໃນຄຳຕໍ່ ເຊັ່ນ: ກໍ່ດີ, ກໍ່ມີ, ກໍ່ຕາມ…
ຕົວຢ່າງ:
ຂ້ອຍເປັນຄົນມັກການໃຊ້ຊີວິດແບບພື້ນບ້ານ ແຕ່ເຖິງຢ່າງໃດກໍ່ດີ, ຂ້ອຍກໍ່ສາມາດໃຊ້ຊີວິດ ຢູ່ໃນເມືອງໃຫຍ່ໄດ້ເຊັ່ນກັນ.
ໃນຫ້ອງຮຽນຂອງຂ້ອຍມີນັກຮຽນເກັ່ງຫຼາຍຄົນ ແລະ ຂ້ອຍກໍ່ ເປັນຄົນໜຶ່ງທີ່ຮຽນເກັ່ງ.
ຄຳວ່າ ກໍ ແລະ ກໍ່ ມີຄວາມໝາຍຄືກັນ ແລະ ຕ່າງກັນແນວໃດ?
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido