ຄວາມໝາຍ ແລະ ວິທີການນໍາໃຊ້ຄໍາສັບ ຂຸ່ນ ແລະ ຂຸ້ນ.
ມີຫຼາຍຄໍາສັບໃນພາສາລາວທີ່ຂຽນ ແລະ ອ່ານອອກສຽງຄ້າຍຄືກັນ ແຕ່ມີຄວາມໝາຍຕ່າງກັນ ແລະ ຄໍາສັບໜຶ່ງກໍ່ສາມາດແປເປັນຫຼາຍຄວາມໝາຍໄດ້ ຂຶ້ນກັບຮູບປະໂຫຍກຂອງມັນ, ຊຶ່ງບາງຄໍາສັບກໍ່ມີຄວາມໝາຍທີ່ສະຫຼັບຊັບຊ້ອນຈົນເຮັດໃຫ້ສັບສົນເວລານໍາໃຊ້, ຍົກຢ່າງຄໍາວ່າ: ຂຸ່ນ ກັບ ຂຸ້ນ.
ຂຸ່ນ ກັບ ຂຸ້ນ ການອອກຂຽນແມ່ນມີຄວາມແຕກຕ່າງກັນ ແລະ ການອອກສຽງກໍ່ສາມາດຈໍາແນກໄດ້ງ່າຍ ແຕ່ສິ່ງທີ່ເປັນບັນຫາແມ່ນການຕີຄວາມໝາຍຂອງມັນ, ເຊິ່ງຄົນສ່ວນຫຼາຍມັກເຂົ້າໃຈວ່າຄໍາສັບສອງຄໍານີ້ມີຄວາມໝາຍດຽວກັນ ສາມາດໃຊ້ໂຕໃດກໍ່ໄດ້, ແຕ່ໃນຄວາມເປັນຈິງແລ້ວມັນມີຄວາມໝາຍທີ່ແຕກຕ່າງກັນ ແລະ ແນ່ນອນວ່າຫຼາຍຄົນຄົງເຄີຍເຂົ້າໃຈຜິດກ່ຽວກັບຄວາມໝາຍຂອງສອງຄໍານີ້, ສະນັ້ນ, ໃນບົດຄວາມນີ້ເຮົາຈະມາເວົ້າກ່ຽວກັບຄວາມໝາຍ ແລະ ວິທີການນໍາໃຊ້ຄໍາສັບ ຂຸ່ນ ແລະ ຂຸ້ນ.
ອີງຕາມຂໍ້ມູນຈາກວັດຈະນານຸກົມພາສາລາວ ສະບັບລົງທີ່ ຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ.
ເຮົາສາມາດອະທິບາຍຄວາມໝາຍຄໍາສັບດັ່ງກ່າວໄດ້ດັ່ງນີ້:
ຄຳວ່າ ຂຸ່ນ:
ໃຊ້ເປັນຄຳຄຸນນາມ ມີຄວາມໝາຍວ່າ ມົວ ຫຼື ບໍ່ໃສ.
ຕົວຢ່າງ:
ແມ່ຕູ້ຂອງຂ້ອຍເຖົ້າຫຼາຍແລ້ວ, ຕາກໍ່ຂຸ່ນເຮັດໃຫ້ເພິ່ນເບິ່ງຫຍັງບໍ່ເຫັນແຈ້ງພໍປານໃດ.
ເດັກນ້ອຍໄປຫຼິ້ນຂີ້ຕົມຈົນຕົນຕົວເປິເປື້ອນແລ້ວມາໂຕນລົງອ່າງນໍ້າ ຈຶ່ງເຮັດໃຫ້ນໍ້າໃນອ່າງຂຸ່ນໝົດ.
(ນ້ຳທີ່ຖືກເຄື່ອງເປິເປື້ອນເອີ້ນວ່ານ້ຳຂຸ່ນ)
ຕົວຢ່າງ:
ນ້ອຍເອີຍ! ຄວາມຄິດຄຽດແຄ້ນຈະເຮັດໃຫ້ເຈົ້າມີໃຈຂຸ່ນມົວ, ຖ້າຫາກເຈົ້າບໍ່ຢາກເປັນທຸກກໍ່ຈົົງປ່ອຍວາງ.
ຄໍາວ່າ ຂຸ້ນ:
ໃຊ້ເປັນຄໍານາມ ມີຄວາມໝາຍວ່າ ວຸ່ນວາຍ, ຂຸ້ນຂ້ຽວ, ຄົນທີ່ຖືກຜູ້ມີອຳນາດຂົ່ມຂູ່ຂ້ຽວເຂັນໃຫ້ເກີດຄວາມວຸ້ນວາຍເອີ້ນວ່າໃຈຂຸ້ນ.
ຕົວຢ່າງ:
ມີເວລາອີກພຽງແຕ່ມື້ໜຶ່ງກໍ່ຮອດກໍານົດສົ່ງວຽກບ້ານໃຫ້ອາຈານແລ້ວ, ສະນັ້ນ ຂ້ອຍຕ້ອງຂຸ້ນຂ້ຽວເຮັດໃຫ້ສໍາເລັດ ເພື່ອບໍ່ໃຫ້ຖືກຕັດຄະແນນ.
ຄຳວ່າ ຂຸ່ນ ແລະ ຂຸ້ນ ພາສາລາວມີຄວາມໝາຍ ແລະ ນຳໃຊ້ແນວໃດ?
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido