10 May
10May

ຄວາມໝາຍຂອງຄໍາວ່າ: ລົງ ໃນພາສາລາວ

ໃນພາສາລາວ ຄຳວ່າ ລົງ ເປັນຄໍາສັບທີ່ມີຄວາມໝາຍໃຊ້ຢ່າງກວ້າງຂວາງ ແຕ່ສ່ວນໃຫຍ່ອາດຈະມີຄວາມໝາຍໄປທາງຄໍາກໍາມະ ຫຼື ຄໍາກິລິຍາ ເຊິ່ງຫາກໄປປະສົມເປັນປະໂຫຍກກໍ່ຈະມີຄວາມໝາຍໄປຫລາກຫລາຍເຊັ່ນ:

ຈາກບ່ອນສູງໄປຫາບ່ອນຕໍ່າ; ຈາກເໜືອໄປໃຕ້; ຫຼຸດໜ້ອຍຖອຍລົງ ເຊັ່ນ: ນໍ້າລົງ; ສິນຄ້າລົງລາຄາ; ລົງຈາກພູ; ລົງນໍ້າ…

ໃສ່; ວາງ; ວາງ; ມອບ; ລົງທຶນ ເອົາເງິນອອກລົງທຶນເຮັດການຄ້າ ຫຼື ເພື່ອຜົນປະໂຫຍດຢ່າງອື່ນ; ລົງໂທດໃສ່ໂທດ.

ຂຽນ; ບັນທຶກ; ຈົດໄວ້ ເຊັ່ນ:ລົງເລກລົງມໍ; ລົງທະບຽນ; ລົງລາຍຊື່; ລົງລາຍເຊັນ; ລົງບັນຊີ

ຍິນຍອມ; ເຫັນດີນໍາ; ຕັດສິນໃຈ ເຊັ່ນ: ລົງມະຕິຮັບຮອງເອົາກົດໝາຍ; ລົງຄວາມເຫັນເປັນເອກະສັນ;ລົງທະບຽນຈົດຊື່ເຂົ້າຮ່ວມກອງປະຊຸມ; ລົງລາຍເຊັນ; ລົງຊື່ຮັບຮອງເອົາບົດບັນທຶກສັນຍາຕ່າງໆ…

ເຊີນວິນຍານຜີຄົນຕາຍມາເຂົ້າສິງເຂົ້າທຽມຕາມຮີດຄອງປະເພນີບັນດາເຜົ່າ ແລະ ການເຊື່ອຖື ເຊັ່ນ: ເຜົ່າມົ້ງລົງມົງກົງເຊີນຜີຟ້າມາຊ່ວຍໃນຍາມເຈັບເປັນຕາມຮີດຕາມຄອງ;ລົງນາງທຽມ …ເຫຼົ່ານີ້ເປັນຕົ້ນ.

ເຈັບທ້ອງຖອກທ້ອງກໍ່ເອີ້ນວ່າລົງທ້ອງ;ຖ່າຍເປັນເລືອດເອີ້ນວ່າລົງແດງ…
ມາຮູ້ຈັກກັບຄວາມໝາຍຂອງຄໍາວ່າ: ລົງ ໃນພາສາລາວ


ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


น่าดู:    https://doodido.com/

UFABET:    https://www.ufabet369.net/ufabet/

แทงบอล:    https://www.ufabet369.net/

ดูบอล:    https://zonedooball.com/

ดูหนัง HD:    https://moviesdoofree.com/

Comments
* The email will not be published on the website.
I BUILT MY SITE FOR FREE USING