ໃນພາສາລາວເຫັນວ່າມີຄວາມໝາຍຫຼາຍຢ່າງແຕກຕ່າງກັນຢ່າງສິ້ນເຊີງ ຈະເຮັດໃຫ້ຊາວຕ່າງຊາດທີ່ມາຮຽນພາສາລາວງົງໆກັນຢູ່ ແຕ່ໂດຍລວມໆພາສາລາວຈະເປັນພາສາທີ່ຮຽນໄດ້ໄວໄດ້ງ່າຍເພາະສາມາດເອົາຄໍາສັບພຽງຄໍາດຽວໄປປະສົມກັບຄໍາອື່ນແລ້ວມີຄວາມໝາຍອື່ນເກີດຂື້ນ.
ຄໍາວ່າ:ເຂົາ ມີຄວາມໝາຍດັ່ງນີ້:
ເປັນຄໍານາມທີ່ມີຄວາມໝາຍວ່າ:ມັນຄືອະໄວຍະວະຊະນິດໜຶ່ງເຊິ່ງໃຊ້ເປັນອາວຸດເພື່ອໄວ້ປ້ອງກັນຕົວຂອງສັດກໍ່ວ່າໄດ້ ເຊິ່ງມັນເກີດຂຶ້ນຢູ່ເທິງຫົວຂອງສັດປົກກະຕິສັດປະເພດມີເຂົາຕ້ອງເກີດມີໜຶ່ງຄູ່ ເປັນງ່າມຢູ່ເທິງຫົວ ແຂງແລະສ້ວຍແຫຼມຄົມໄປທາງປາຍເຂົາ ເຊິ່ງເປັນອະໄວຍະວະໜຶ່ງທີ່ປະດັບຄວາມສວຍງາມແບບເປັນທໍາມະຊາດຂອງສັດກໍ່ວ່າໄດ້ເຊັ່ນ: ເຂົາກວາງ,ເຂົາຟານ,ເຂົາງົວ,ເຂົາຄວາຍ…
ເປັນເສັ້ນຝ້າຍທີ່ຖັກໃສ່ຟືມສໍາລັບເອົາເສັ້ນເຄືອຫູກສອດ ເວລາຕໍ່າສາມາດແບ່ງເສັ້ນດຶງຂຶ້ນລົງໄດ້ເພື່ອສ້າງລາຍທີ່ຕ້ອງການ,ເຂົາຢືນ ເຂົາຫູກທີ່ຍາວເພາະຕ້ອງການເກັບລາຍສັບສົນ.
ເປັນຄໍາແທນນາມ ແທນຊື່ຂອງຜູ້ທີ່ເວົ້າເຖິງ ຫຼື ເອີ້ນວ່າບຸລຸດທີສາມ ຫຼືບຸກຄົນທີສາມ ທີ່ມີຜູ້ລົມນໍາກັນນັບແຕ່ສອງຄົນຂຶ້ນໄປ ແລ້ວເວົ້າຫາອີກຜູ້ໜຶ່ງ ຫຼື ຫຼາຍຄົນທີ່ບໍ່ຢູ່ນໍາ ຫຼື ບໍ່ໄດ້ຢູ່ໃນເຫດການໃຊ້ຄໍາວ່າເຂົາ ຫຼືພວກເຂົາເຊັ່ນ:ເຂົາ/ເຂົາເຈົ້າ/ພວກເຂົາ…
ເປັນຄໍານາມທີ່ບົ່ງບອກເຖິງຊື່ຂອງສັດປີກຊະນິດໜຶ່ງເຊິ່ງມີຮູບຮ່າງຄ້າຍຄືນົກກາງແກເປັນນົກທໍາມະຊາດທີ່ງາມ ແລະ ຂັນມ່ວນເຊິ່ງຄົນເຮົາມັກຈັບມາລ້ຽງໄວ້ຢູ່ເຮືອນເພື່ອຟັງສຽງຂັນຂອງມັນເອີ້ນຊື່ວ່າ: ນົກເຂົາ ເຊິ່ງຢູ່ປະເທດເຮົາມີຫຼາຍຊະນິດເຊັ່ນ: ນົກເຂົາຂຽວໂຕນ້ອຍ; ເຂົາທອງ ນົກເຂົາທໍາມະດາ, ນົກເຂົາຕູ້ໂຕໃຫຍ່.
ມາຮູ້ຈັກກັບຄວາມໝາຍຂອງຄໍາວ່າ: ເຂົາ ໃນພາສາລາວ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
น่าดู: https://doodido.com/
UFABET: https://www.ufabet369.net/ufabet/
แทงบอล: https://www.ufabet369.net/
ดูบอล: https://zonedooball.com/
ดูหนัง HD: https://moviesdoofree.com/