27 Sep
27Sep

ຄວາມໝາຍຂອງຄຳວ່າ ຂ້ອຍ ແລະ ຄ້ອຍ ແຕກຕ່າງກັນແນວໃດ?

    ໃນພາສາລາວ ການນໍາໃຊ້, ການສົນທະນາສື່ສານ ລວມທັງການສະກົດຄຳ ແລະ ຕ່າງໆມີຄວາມຫລາກຫລາຍໃນການນຳໃຊ້ບາງສ່ວນກໍນຳໃຊ້ຖືກຫລັກໄວຍາກອນບາງສ່ວຍກໍຍັງຄົງເຫັນວ່າມີການນຳໃຊ້ຜິດພາດຢູ່, ດັ່ງທີ່ຮູ້ກັນດີ ໃນພາສາລາວມີການສະກົດຄຳຕ່າງໆແຕກຕ່າງກັນເລັກນ້ອຍການອອກສຽງທີ່ຄ້າຍຄືກັນ,ຄວາມໝາຍອື່ນໄປໄດ້.  ພາສາລາວໃນຕອນນີ້ຈະເອົາຄໍາສັບທີ່ຄ້າຍຄືກັນຫຼາຍ ທັງການຂຽນ, ການອ່ານ ແລະ ມີຄວາມໝາຍທີ່ແຕກຕ່າງ, ເປັນຄຳທີ່ໃຊ້ເປັນປະຈຳທຸກມື້ເລີຍເພື່ອບໍ່ໃຫ້ສັບສົນໃນການນໍາໃຊ້ ແລະ ການສະກົດຄຳໃຫ້ຖືກຕ້ອງນັ້ນກໍຄືຄໍາວ່າ: ຂ້ອຍ ແລະ ຄ້ອຍ ມາອະທິບາຍ ເຊິງສອງຄໍານີ້ຖ້າວ່າເປັນຄົນລາວແລ້ວສ່ວນຫຼາຍນຳໃຊ້ຖືກຕ້ອງຢູ່ແລ້ວເພາະເປັນຄຳທີ່ຕ້ອງໃຊ້ເປັນປະຈຳ ແຕ່ຫາກວ່າເປັນຄົນຕ່າງປະເທດຕ່າງພາສາອາດຈະມີການຜິດພາດໃນການສະກົດຄຳກໍເປັນໄປໄດ້ເນືອງຈາກຄວາມຄ້າຍຄືກັນເກືອບທັງໝົດເລີຍໃນການອອກສຽງ ແລະ ສຽງຂອງຕົວອັກສອນຕ່າງແຕ່ສຽງສູງ ກັບສຽງຕໍ່າເທົ່ານັ້ນ.
DooDiDo
ຄຳວ່າ ຂ້ອຍ.
ມີຄວາມໝາຍວ່າ ຂ້າພະເຈົ້າ, ໃຊ້ແທນຕົວຜູ້ເວົ້າ ແລະ ຍັງມີອີກຄວາມໝາຍໜຶ່ງເປັນລັກສະນະຄຳນາມຄວາມໝາຍກໍຄື ຂ້າ, ທາດ, …
ຕົວຢ່າງ:
ຂ້ອຍຢາກໃຫ້ເຈົ້າເຂົ້າໃຈຂ້ອຍແດ່.
ຊົມເຊີຍເດີໄດ້ດີແລ້ວຢ່າລືມຂ້ອຍແດ່.
ລາວສະໝັກໃຈໄປເປັນຂ້ອຍເຂົາ, ແນວຢາກເຂົ້າເຮັດວຽກນຳເຂົາ.
ຄໍາວ່າ ຄ້ອຍ.
ຄ້ອຍມີຄວາມໝາຍວ່າ ບ່ອນຕ່ຳ, ບ່ອນທີ່ເປັນເນີນລົງໄປ, ເນີນລົງໄປຈົນເຖິງຕ່ຳທີ່ສຸດເອີ້ນວ່າ ຄ້ອຍ, ອີຄວາມໝາຍໜຶ່ງກໍຄື ບ່າຍລົງໄປ ຫງ່ຽງ, ບໍ່ລືມ (ຄຶດຄ້ອຍໆ)
ຕົວຢ່າງ:
ລາວຂີ່ລົດລົງຄ້ອຍມາໄວຫລາຍເລີຍເຮັດໃຫ້ລົດລາວເສຍຫລັກປິ້ນຢູ່ນີ້.
ພໍຕາເວັນຄ້ອຍຄ່ຳລົງຮູ້ສືກເຫງົາໆຄິດຮອດບ້ານ.
ຄຶດຄ້ອຍໆມາກໍຮູ້ສືເສຍໃຈກັບສິ່ງທີ່ຜ່ານມາ.
ການນຳໃຊ້ ຄຳວ່າ ຂ້ອຍ ແລະ ຄ້ອຍ ກັບຄວາມໝາຍຂອງມັນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່  Doodido


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING