ຄວາມໝາຍຂອງຄຳວ່າ ມິດສາຊີບ ແລະ ວິຊາຊີບ ແຕກຕ່າງກັນແນວໃດ?
ໃນສັງຄົມທຸກມື້ນີ້ທຸກຄົນຕ້ອງຫາຢູ່ຫາກິນຕາມແບບສະບັບ ແລະ ອາຊີບຂອງໃຜລາວ, ນຳໃຊ້ວິຊາການຈາກການໄດ້ຮ່ຳຮຽນມາ ຫຼື ຈາກປະສົບການຕ່າງໆໃນແຕ່ລະດ້ານຂອງອາຊີບນັ້ນໆ ແລະ ການທຳມາຫາກິນຂອງແຕ່ລະຄົນນັ້ນສ່ວນຫລາຍກໍເປັນການຫາກິນແບບສຸດຈະລິດ ແຕ່ຍັງມີຈ່ຳນວນໜຶ່ງທີ່ຍັງຫາກິນແບບບໍ່ຖືກຕ້ອງ ຫລື ບໍ່ສຸດຈະລິດ, ເລີມມີມິດສາຊີບຫລາຍຂື້ນເລີ້ອຍໆອາດຈະຍ້ອນຄວາມມັກງາຍໃນການຫາກິນແຕ່ສ້າງປັນຫາໃນສັງຄົມ. ພາສາລາວໃນຕອນນີ້ກໍເລີຍຈະເອົາຄໍາສັບທີ່ມີຄວາມໝາຍລັກສະນັກດຽວກັນນີ້ມາອະທິບາຍກັນໃຫ້ເຂົ້າໃຈ ຄຳ ແລະ ຄວາມໝາຍຂອງຄຳຈ່ຳພວກນີ້ວ່າຈະໃຊ້ຈັ່ງໃດເຊິງຈະເອົາຄໍາວ່າ: ມິດສາຊີບ ແລະ ວິຊາຊີບ ມາອະທິບາຍ ເຊິງສອງຄໍານີ້ເຮົາຄົງເຄີຍໄດ້ຍິນສອງຄຳນີ້ມາບໍ່ຫລາຍກໍນ້ອຍແລ້ວ, ຫລາຍໆຄົນອາດຈະເຄີຍໄດ້ຍິນຈາກສື່ສັງຄົມໂທລະທັດຕ່າງໆ ຫລື ອາດຈະເຄີຍນຳໃຊ້ດ້ວຍຕົນເອງມາແລ້ວ, ເພື່ອບໍ່ເປັນການເຂົ້າໃຈຜິດ ຫລື ເພື່ອໃຫ້ການນຳໃຊ້ໃຫ້ຖືກຈະອະທິບາຍດັ່ງນີ້.
DooDiDoຄຳວ່າ ມິດສາຊີບ.ເປັນຄຳປະສົມຈາກ ມິດສະ ແລະ ອາຊີວະ, ມິດສະ ແປວ່າຜິດ, ມິດສາຊີບ ມີຄວາມໝາຍວ່າ ການປະກອບອາຊີບທີ່ຜິດ, ການຫາຢູ່ຫາກິນທີ່ບໍ່ຖືກຕ້ອງຕາມກົດໝາຍບ້ານເມືອງ, ໃຊ້ກັບພວກໂຈນ, ຂີ້ລັກງັດແງະ, ຫລອກລວງ, ສໍ້ໂກງ, ສໍ້ລາດບັງຫລວງຕ່າງໆ.
ຕົວຢ່າງ:ຊ່ວງນີ້ພວກມິດສາຊີບອອກມາຫລາຍມື້ກ່ອນມີຄົນຖືກດືງກະເປົາຢູ່ແຖວວັດສີເມືອງ.
ພວກມິດສາຊີບຫາກິນກັບການເລາະຕົ້ມຕຸນຄົນແຖວບ້ານຂ້ອຍ.
ຄໍາວ່າ ວິຊາຊີບ.ເປັນການປະສົມລະຫວ່າງ ວິຊາ ແລະ ອາຊີວະ ວິຊາຊີບ ມີຄວາມໝາຍວ່າ ການຮຽນຮູ້ເພື່ອປະກອບອາຊີບ, ຂະແໜ່ງການສືກສາເພື່ອໄປສ້າງອາຊີບເປັນຂອງຕົວເອງ, ການຮຽນຮູ້ເພື່ອທຳມາຫາກິນ.
ຕົວຢ່າງ:ໝູ່ຂ້ອຍລາວຮຽນໄອທີ, ຂະແໝ່ງການ ຫລື ວິຊາຊີບນີ້ແມ່ນກ່ຳລັງເປັນທີ່ນິຍົມ.
ລາວເປັນຄົນມີຄວາມຮູ້, ມີວິຊາຊີບທີ່ດີ ຫາເງິນກໍໄດ້ຫລາຍ.
ການນຳໃຊ້ ຄຳວ່າ ມິດສາຊີບ ແລະ ວິຊາຊີບ ກັບຄວາມໝາຍຂອງມັນ. ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່
DooDiDo
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์