ຄວາມໝາຍຂອງຄຳວ່າ ລ່າ ແລະ ຫລ້າ ໃນພາສາລາວແມ່ນຫຍັງ?
ໃນພາສາລາວ ແລະ ພາສາໄທຈະມີທັງຄວາມຄ້າຍຄືກັນ ແລະ ແຕກຕ່າງກັນອອກໄປຢ່າງຫລວງຫລາຍ, ປະຊາຊົນຄົນລາວເອງທີ່ສວນຫລາຍເບິ່ງສື່ຈາກປະເທດໄທ ບາງຄຳສັບກໍໄດ້ເອົາມາໃຊ້ທັງເປັນການເວົ້າຢອກກັນ ຫລື ອື່ນໆ ຈົນເຮັດໃຫ້ການນຳໃຊ້ທີ່ຜິດພາດໃນພາສາລາວດັ່ງໃນຕອນນີ້ເຮົາຈະນຳເອົາບາງຄຳທີ່ມີຫລາຍຄົນມັກຫລົງກັນໃນການໃຊ້ຄືຄຳວ່າ”ລ່າ ແລະຫຼ້າ”.
DooDiDo ຕາມທີ່ເຫັນຫຼາຍໆຄົນທີ່ຍັງຂຽນຜິດເຊັ່ນ: ຫຼ້າຫຼັງ ເປັນ ລ່າຫຼັງ, ຫຼ້າສຸດ ເປັນ ລ່າສຸດ, ແລະ ຫຼ້າສະໄໝ ເປັນ ລ່າສະໄໝ, ອື່ນໆ… ຖ້າຈະເວົ້າແລ້ວໃນພາສາລາວສອງຄຳນີ້ມີຄວາມໝາຍຕ່າງກັນໂດຍສິ້ນເຊີງຫາກວ່າເຮົາບໍ່ເຂົ້າໃຈດີອາດຈະນຳມາໃຊ້ຜິດພາດໄດ້ ເຊິງໃນບົດນີ້ເພື່ອທໍາຄວາມເຂົ້າໃຈໃຫ້ເລິກເຊິ່ງກ່ຽວກັບສອງຄໍານີ້ ຂໍນໍາເອົາຂໍ້ມູນຈາກວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ມາປະກອບໃສ່ໃນການອະທິບາຍຄວາມໝາຍສອງຄໍາສັບດັ່ງກ່າວ ແລະ ຂໍ້ມູນຂອງພາສາໄທບາງສ່ວນ ດັ່ງນີ້:ຄຳວ່າ ລ່າ.
ເປັນຄຳກຳມະ ແປວ່າ ນຳຂ້າ, ຕາມເອົາມາຂ້າ, ໄລ່, ຊອກຫາ, ຄົ້ນຫາ ເຊັ່ນ ໄລ່ລ່າ, ລ່າສັດ, ລ່າອານານິຄົມ, ລະບອບລ່າເມືອງຂຶ້ນ…
ຕົວຢ່າງ:
ສະໄໝກ່ອນ, ຂ້ອຍມີໝູ່ເປັນນັກລ່າສັດ ແຕ່ລະອາທິດລາວມັກຈະເອົາຊິ້ນສັດປ່າມາແບ່ງໃຫ້ຂ້ອຍເຮັດອາຫານກິນ.
ໂຈນດຶງກະເປົາຍິງຄົນໜຶ່ງຢູ່ແຖວທາດຂາວ, ດຽວນີ້ຕຳຫລວດກ່ຳລັງໄລລ່າຢູ່.
ຄຳວ່າ ຫລ້າ.
ເປັນຄຳຄຸນນາມ ແປວ່າ ລຸນ, ສຸດທ້າຍ, ຫລ້າສຸດ, ຊັກຊ້າ ເຊັ່ນ: ລູກຫຼ້າ, ຫຼ້າຊ້າ, ຫຼ້າຫຼັງ, ຫຼ້າສະໄໝ, ຫຼ້າໝູ່, ບັກຫຼ້າ, ເຂີຍຫຼ້າ, ໃພ້ຫຼ້າ…
ຕົວຢ່າງ:
ລູກຊາຍຫລ້າຂອງຂ້ອຍຍັງຢູ່ນຳຂ້ອຍ.
ແຕ່ລະປີຜ່ານມາຂ້ອຍໄດ້ກັບບ້ານໄປສຸ່ມມາພໍ່ແມ່, ແຕ່ປີຫລ້າສຸດນີ້ຂ້ອຍບໍ່ໄດ້ໄປຍ້ອນພະຍາດໂຄວິດ19.
ໃນພາສາໄທ ໃຊ້ພຽງຄຳດຽວຄື “ล่า” ເອກສຽງໂທ, ເປັນໄດ້ສອງແບບຄື
1. ເປັນກຳມະ ไล่ล่า, ตามล่า, ล่าสัตว์
2. ເປັນຄຸນນາມ ครั้งล่าสุด, ล่าถอย, ล่าช้า…
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์