ໃນພາສາລາວ ການນໍາໃຊ້, ການສົນທະນາສື່ສານ ລວມທັງການສະກົດຄຳ ແລະ ຕ່າງໆມີຄວາມຫລາກຫລາຍໃນການນຳໃຊ້ບາງສ່ວນກໍນຳໃຊ້ຖືກຫລັກໄວຍາກອນບາງສ່ວຍກໍຍັງຄົງເຫັນວ່າມີການນຳໃຊ້ຜິດພາດຢູ່, ດັ່ງທີ່ຮູ້ກັນດີ ໃນພາສາລາວມີການສະກົດຄຳຕ່າງໆແຕກຕ່າງກັນເລັກນ້ອຍການອອກສຽງທີ່ຄ້າຍຄືກັນ,ຄວາມໝາຍອື່ນໄປໄດ້. ພາສາລາວໃນຕອນນີ້ຈະເອົາຄໍາສັບທີ່ຄ້າຍຄືກັນຫຼາຍ ທັງການຂຽນ, ການອ່ານ ແລະ ມີຄວາມໝາຍທີ່ແຕກຕ່າງ, ເປັນຄຳທີ່ໃຊ້ເປັນປະຈຳທຸກມື້ເລີຍເພື່ອບໍ່ໃຫ້ສັບສົນໃນການນໍາໃຊ້ ແລະ ການສະກົດຄຳໃຫ້ຖືກຕ້ອງນັ້ນກໍຄືຄໍາວ່າ: ຫົ່ມ ແລະ ຮົ່ມ ມາອະທິບາຍ ເຊິງສອງຄໍານີ້ເຫັນວ່າມີການຂຽນ ແລະ ການພິມ ຜິດໆຖືກໆກັນຢູ່ຫລາຍ ເນືອງຈາກຄວາມຄ້າຍຄືກັນເກືອບທັງໝົດເລີຍໃນການອອກສຽງ ແລະ ສຽງຂອງຕົວອັກສອນຕ່າງແຕ່ສຽງສູງກັບສຽງຕໍ່າເທົ່ານັ້ນ, ເພື່ອຫຼີກເວັ້ນຈາກການຂຽນຜິດ ພວກເຮົາຈຳຕ້ອງຈື່ຄວາມໝາຍຂອງທັງສອງຄຳສັບນີ້ໃຫ້ດີ:
ຄຳວ່າ ຫົ່ມ.
ເປັນຄຳກິລິຍາ ມີຄວາມໝາຍວ່າ ເອົາຜ້າ ຫລື ແພປົກໂຕເພື່ອເຮັດໃຫ້ຮາງກາຍໄດ້ມີການປ້ອງກັນຈາກຄວາມໜາວເຢັນ.
ຕົວຢ່າງ:
ຮອດລະດູໜາວຢູ່ບ້ານຂ້ອຍທຸກຄົນຕ້ອງໄດ້ນອນຫົ່ມຜ້າກັນໝົດ.
ຢູ່ພາກເໜືອຂອງລາວໄປຍາມໃດກໍຕ້ອງໄດ້ຫົ່ມຜ້ານອນ.
ຄໍາວ່າ ຮົ່ມ.
ຮົ່ມ ເປັນຄຳນາມ ມີຄວາມໝາຍວ່າ ບ່ອນທີ່ມີສິ່ງທີ່ກຳບັງໄວ້, ບ່ອນທີ່ບໍ່ມີແດດ, ບ່ອນທີ່ບໍ່ມີຝົນ ຫື ອາດເວົ້າໄດ້ວ່າບ່ອນຊົ້ນໃຫ້ມີຄວາມປອດໄພ.
ຕົວຢ່າງ:
ວານນີ້ຝົນຕົກແຮງຫລາຍຂ້ອຍຂີ່ລົດໄປວຽກຕ້ອງໄດ້ແວເຂົ້າຮົ່ມຢູ່ເຮືອນເຂົາເຈົ້າຂ້າງທາງ.
ມື້ນີ້ແດດແຮງຫລາຍຊອກຄັນຮົ່ມຮົ່ມໄປວຽກກ່ອນ.
ການນຳໃຊ້ ຄຳວ່າ ຫົ່ມ ແລະ ຮົ່ມ ໃຫ້ຖືກຕ້ອງກັບຄວາມໝາຍຂອງຄຳ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo