27 Sep
27Sep

ຄວາມໝາຍຂອງຄຳວ່າ ອົກຫັກ ແລະ ອົກຮັກ ແຕກຕ່າງກັນແນວໃດ?

ການລະບາຍຕ່າງໆຂອງຄົນສ່ວນຫລາຍໃນສື່ສັງຄົມອອນລາຍເຫັນວ່າຍັງມີການສະກົດຄຳ ແລະ ຄວາມໝາຍໃນພາສາລາວບໍ່ຖືກຫລາຍ, ໄວລຸ້ນຂື້ນໃໝ່ ຫລື ຫນຸ່ມໆສາວໆກໍຈະໂພສລັກສະນະໃນຄວາມຮັກຕ່າງໆການເສຍໃຈອົກຫັກຕ່າງໆ, ໃນຕອນນີ້ກໍເລີຍຈະຍົກເອົາຄໍາວ່າ: ອົກຫັກ ແລະ ອົກຮັກ ມາອະທິບາຍ ເຊິງສອງຄໍານີ້ເຫັນວ່າມີຫລາຍຄົນຂຽນຜິດເພາະການທີ່ຈະໃຊ້ກັບຄວາມເສຍໃຈບໍ່ສົມຫວັງກັບຄວາມຮັກເຮົາຕ້ອງເບິ່ງຄວາມໝາຍຂອງຄຳໃຫ້ດີເສຍກ່ອນກ່ອນຈະຂຽນລົງໄປຕໍ່ສາທາລະນະເພື່ອການຂຽນທີ່ຖືກຫລັກໄວຍາກອນ ແລະ ຈະບໍ່ເປັນການເຂົ້າໃຈຜິດອີກ.

DooDiDo

ອົກ ເປັນຄຳນາມໝາຍເຖິງ ຈິດໃຈ ທີ່ເປັນຄວາມຮູ້ສຶກ ເປັນນາມທຳ.

ຫັກ ເປັນກຳມະ ໝາຍເຖິງ ແຕກອອກຈາກກັນ, ຂາດອອກຈາກກັນ, ສະພາບແຕກທົບ, ສະພາບທີ່ເກືອບຂາດອອກຈາກກັນ…. ເຊິ່ງມັນສາມາດໃຊ້ໄດ້ທັງຮູບທຳ ແລະນາມທຳ.

ຮັກ ເປັນກຳມະ ໝາຍເຖິງ ຄວາມຮູ້ສຶກຕໍ່ສິ່ງໃດໜຶ່ງໃນທາງດີ, ຮູ້ສຶກດີ ແລະຢາກທະນຸຖະໜອມຕໍ່ສິ່ງໜຶ່ງ…

ຄຳວ່າ ອົກຫັກ.
ໝາຍເຖິງ ຈິດໃຈພວມແຕກຫັກ (ແຕກຫັກທາງຄວາມຮູ້ສຶກ ກໍຄືຄວາມຜິດຫວັງ, ຄວາມບໍ່ສົມຫວັງ, ຄວາມຮູ້ສຶກເຈັບປວດ)

ຕົວຢ່າງ:
ຂ້ອຍອົກຫັກ ແລະ ເສຍໃຈຫລາຍ, ແຟນຂ້ອຍລາວໜີໄປຢູ່ກັບຄົນອື່ນແລ້ວ.

ອົກຫັກບໍ່ຕາຍດອກ, ຈັ່ງໃດກໍຍັງມີລົມຫາຍໃຈຢູ່ຕໍ່ໄປ.

ຄໍາວ່າ ອົກຮັກ
ໝາຍເຖິງ ຈິດໃຈພວມມີຮັກ, ຄວາມຮູ້ສຶກຮັກ, ໃຈມີຄວາມຮັກ (ຍັງບໍ່ທັນຮູ້ວ່າສົມຫວັງ ຫຼື ຜິດຫວັງ), ເຊິງຫລາຍໆຄົນມັກຫລົງຂຽນໃນກໍລະນີທີ່ບໍ່ສົມຫວັງກັບຄວາມຮັກຖືກວ່າເປັນການສະກົດຜິດ.

ສະກົດໃຫ້ຖືກຄຳວ່າ ອົກຫັກ ແລະ ອົກຮັກ ມີຄວາມໝາຍຕ່າງກັນ.


ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່  Doodido.


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING