27 Sep
27Sep

ຄວາມໝາຍຂອງຄຳວ່າ ເດີ ແລະ ເນີ ຄືກັນ ຫລື ແຕກຕ່າງກັນແນວໃດ?

  ຫລາຍໆຄຳໃນພາສາລາວຄຳທີ່ມີຄວາມໝາຍອັນດຽວກັນແຕ່ການເວົ້າອາດຈະຕ່າງກັນ ແລະ ສ່ວນຫລາຍຄຳເຫລົ່ານີ້ຈະເກີດຂື້ນກັບຄຳທີ່ລົງທ້າຍຂອງຄຳເປັນຄຳເນັ້ນຄຳຄຳນັ້ນໃຫ້ມີນ້ຳໜັກເພີ່ມຂື້ນ ຫລື ເນັ້ນໃຫ້ເອົາໃຈໃສ່ຫລາຍກວ່າເກົ່າ, ໃນບົດນີ້ຈະຍົກເອົາຄຳທີ່ລົງທ້າຍດ້ວຍຄໍາວ່າ: ເດີ ແລະ ເນີ ມາອະທິບາຍ ເປັນຕົວຢ່າງ ເຊິງສອງຄຳນີ້ມີຄວາມໝາຍແບບດຽວກັນ ແຕ່ການສະກົດ ແລະ ການອອກສຽງແຕກຕ່າງກັນ ແລະ ຈະຂໍນຳລາຍລະອຽດເລັກນ້ອຍມາໃຫ້ຮູ້ນຳກັນດັ່ງນີ້.
DooDiDo
ຄຳວ່າ ເດີ ແລະ ເນີ.
ເປັນຄຳລົງທ້າຍລັກສະນະບົ່ງບອກ, ຊັກຊວນ ຫຼື ການຢໍ້າ, ຫາກລົງທ້າຍກັບຄຳ ຫລື ປະໂຫຍກໃດກໍຕາມ, ສອງຄຳນີ້ຈະເປັນການເນັ້ນຄຳຂອງຄຳນັ້ນໃຫ້ເອົາໃຈໃສ່ ຫລື ໃຫ້ມີນ້ຳຫນັກຄວາມສຳຄັນຫລາຍຂື້ນ ແລະ ໃຫ້ມີການເອົາໃຈໃສ່ເພີ່ມຂື້ນຫລາຍກວ່າເກົ່າ.
ແລະ ສອງຄຳຂ້າງເທິງນີ້ ໃນວັດຈະນານຸກົມ ແລະ ການນຳໃຊ້ຈັດໃຫ້ເປັນຄຳທີ່ມີຄວາມໝາຍດຽວກັນ ໃຊ້ຄືກັນ ແຕ່ຕ່າງຕົວແກນ.
ຕົວຢ່າງ:
ມື້ອື່ນແມ່ນງານບູນພະເວດບ້ານຂ້ອຍ, ມາຢາມເຮືອນຂອ້ຍເດີ.
ລູກໄປໂຮງຮຽນຕັ້ງໃຈຮຽນໃຫ້ເກັ່ງໆເນີ
ຄຳວ່າ ເດີ ແລະ ເນີ ມີຄວາມໝາຍ ແລະ ການນຳໃຊ້ແນວໃດ?.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo 


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING