20 Sep
20Sep

ຄວາມໝາຍຂອງຄຳວ່າ ເສື່ອມ ແລະ ເຊື່ອມ ແຕກຕ່າງກັນແນວໃດ?

    ຫາກຈະເຈາະຈິ້ມຄວາມໝາຍຕ່າງໆຂອງພາສາແລ້ວແຕ່ລະພາສາມີລາຍລະອຽດຂອງມັນທັງໃນການນໍາໃຊ້ ໃນການສົນທະນາສື່ສານທັງການສະກົດຄຳ ແລະ ມີຄວາມເປັນເອກະລັກສະເພາະຕົວຂອງພາສານັ້ນໆ, ໃນພາສາລາວເອງກໍເປັນພາສາໜຶ່ງທີ່ມີການສະກົດຄຳຕ່າງໆແຕກຕ່າງກັນເລັກນ້ອຍການອອກສຽງທີ່ຄ້າຍຄືກັນ, ແຕ່ຄວາມໝາຍຂອງຄຳແມ່ນແຕກຕ່າງກັນ, ການສະກົດຜິດອາດເຮັດໃຫ້ໄດ້ຄວາມໝາຍອື່ນໄປເລີຍ.  ຈຸດພິເສດຂອງພາສາລາວສ່ວນຫຼາຍແມ່ນຈະມີຄໍາສັບທີ່ຄ້າຍຄືກັນຫຼາຍ ທັງການຂຽນ, ການອ່ານ ແລະ ຄວາມໝາຍທີ່ແຕກຕ່າງ ແລະ ໃກ້ຄຽງກັນ ຈຶ່ງມີບາງຄໍາສັບທີ່ເຮັດໃຫ້ສັບສົນໃນການນໍາໃຊ້ໃນບົດນີ້ຈະຍົກເອົາຄໍາວ່າ: ເສື່ອມ ແລະ ເຊື່ອມ ມາອະທິບາຍ ເຊິງສອງຄໍາຫຼາຍຄົນອາດຈະຫລົງກັນ, ສອງຄຳນີ້ມີສຽງອັນດຽວກັນ ຕ່າງແຕ່ສຽງສູງ ກັບສຽງຕໍ່າ ແລະເທົ່ານັ້ນຍັງບໍ່ພໍ ຄວາມໝາຍຂອງທັງສອງຄຳຍັງມີລັກສະນະຄ້າຍຄື ແລະ ໃກ້ຄຽງກັນຫລາຍເຕີບ…
DooDiDo
ຄຳວ່າ ເສື່ອມ.
ມີຄວາມໝາຍວ່າ ຫຼຸດໜ້ອຍຖອຍລົງ, ສູນເສຍໄປ, ບໍ່ຄົງສະພາບເດີມ.
ຕົວຢ່າງ:
ເວລາເຮັດຫຍັງບໍ່ຄິດເຮັດໃຫ້ຜິດຈົນໄດ້, ເສື່ອມເສຍກຽດສັກສີໝົດ.
ລຸງອັນນັ້ນຂອງສັດທາລາວສຸດບາດສຸດທ້າຍໄດ້ລົມເວົ້າເປິເປື້ອນສຸດ, ຂ້ອຍໝົດຄວາມເສື່ອມສັດທາເລີຍ.
ຄໍາວ່າ ເຊື່ອມ.
ມີ 2 ລັກສະນະ
ຮູບປະທຳ ເຊັ່ນ: ໃຊ້ເຄື່ອງຈອດເຊື່ອມເຫລັກເຂົ້າກັນ, ຂີ້ກົ່ວເຊື່ອມ
ນາມມະທຳ ເຊັ່ນ: ເຊື່ອມຊຶມໃນພະທຳ, ເຊື່ອມສາຍສຳພັນ, ເຊື່ອມຊຶມມະຕິຂອງພັກ.
ຕົວຢ່າງ:
ຊາງເຮັດໂຄງເຫລັກລາວໄດ້ເຊື່ອມເຫລັກເພື່ອເຮັດໂຄງຫລັງຄາ.
ພໍ່ຂ້ອຍລາວເຂົ້າວັດຟັງທຳທຸກມື້ເລີຍ, ລາວກ່ຳລັງເຊື່ອມຊຶມໃນພະທຳ.
ການນຳໃຊ້ ຄຳວ່າ ເສື່ອມ ແລະ ເຊື່ອມ ຄວາມໝາຍຂອງມັນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo 


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING