06 Jun
06Jun

ຄຳລົງທ້າຍ “ລະ, ແລ້ວ, ແຫຼະ” ມີຄວາມໝາຍຕ່າງກັນແນວໃດ?

ໃນພາສາລາວມີຫລາຍໆຄຳທີຂື້ນຕົ້ນ ແລະ ລົງທ້າຍທີ່ເປັນຄຳລັກສະນະຕ່າງໆຫລາກຫລາຍຄວາມໝາຍ ທັງໃຊ້ແຕກຕ່າງກັນໄປຕາມປະໂຫຍກການເວົ້າເພື່ອສື່ເຖິງເປົ້າໝາຍໃດໜຶງເຊິ່ງຄຳເຫລົ່ານີ້ຫາກບໍ່ແມ່ນຄົນລາວແທ້ໆອາດຈະງົງໃນການໃຊ້ຫລາຍເຕີບ, ແຕ່ຫາກມາຢູ່ໃນປະເທດລາວດົນໄດ້ເວົ້າໄດ້ໂອ້ລົມຄຸກຄີກັບຄົນລາວດົນແລ້ວກໍ່ຈະເຂົ້າໃຈລັກສະນັກ ແລະ ວິທີ່ການນຳໃຊ້ຄຳເຫລົ່ານີ້.
ຄຳວ່າ “ລະ” ທີ່ເປັນຄຳລົງທ້າຍປະໂຫຍກໃນພາສາລາວ ໃຊ້ໃນກໍລະນີຕ່າງໆ ຄ້າຍຄືຄຳຖາມ ແລະບອກເລົ່າທີ່ເປັນຄຳຕອບ.
ຕົວຢ່າງແບບຄຳຖາມ:
ຖາມ: ແມ່ນບໍ່ລະ?, ຕອບ: ແມ່ນລະເນາະ ແມ່ນແລ້ວ, ແມ່ນ, ບໍ່ແມ່ນ
ຖາມ: ໄປບໍ່ລະ?, ຕອບ: ໄປ, ບໍ່ໄປ, ຄິດກ່ອນ
ຖາມ: ຊິມາບໍ່ລະ?, ຕອບ: ມາ, ບໍ່ມາ, ເອີຄິດກ່ອນ
ຖາມ: ແທ້ບໍ່ລະ?, ຕອບ: ແທ້, ຕົວະ, ແທ້ລະເນາະ, ແທ້ໆນີ້ແຫຼະ
ເວົ້າລາວກັນ 
ບາງຄັ້ງກໍໃຊ້ຖາມແບບສັ້ນໆໂດຍໃຊ້ “ລະ” ແທນ “ແລ້ວບໍ” ໂດຍເນັ້ນສຽງ “ລະ” ແຮງຂຶ້ນ ຕົວຢ່າງ:– ກິນລະ = ກິນແລ້ວບໍ? ຕອບ: ກິນແລ້ວ, ຍັງເທື່ອ
– ໄປລະ = ໄປແລ້ວບໍ?, ຕອບ: ໄປແລ້ວ, ຍັງບໍ່ໄປ, ໄປລະເດ…
– ມາລະ = ມາແລ້ວບໍ?, ຕອບ: ມາແລ້ວ, ຍັງເທື່ອ, ມາລະເດ
– ຊິມາລະ = ຊິມາແລ້ວບໍ?, ຕອບ: ແມ່ນ, ພວມ, ຍັງ, ອີກດົນ, ບຶດໜຶ່ງ.
ຄຳວ່າ “ບໍລະ” “ບໍ່ລະ” ຖ້າເປັນຄຳຖາມຈະອອກມາລັກສະນະຊວນເຊີນ ເຊັ່ນ ໄປບໍ່ລະ, ກິນບໍ່ລະ, ຢູ່ບໍລະ,
ຄຳວ່າ: “ລະບໍ” “ລະບໍ່” ຖາມຢາກຮູ້ເຊັ່ນ ໄປແລ້ວບໍ່, ມາແລ້ວບໍ່…
ສຳລັບການເປັນຄຳບອກເລົ່າ ຫຼື ຕອບ ຕົວຢ່າງ: ແທ້ລະເນາະ, ແທ້ໆນີ້ລະ, ປົກກະຕິກໍລະ, ຈົນມາລະ, ຈົນກິນລະ…
ພາສາລາວຄຳລົງທ້າຍ “ລະ, ແລ້ວ, ແຫຼະ” ຈະໃຊ້ແບບໃດ?
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments
* The email will not be published on the website.
I BUILT MY SITE FOR FREE USING