05 Jun
05Jun

ອະທິບາຍຄວາມໝາຍຄຳວ່າ ທ່າອ່ຽງ ໃນພາສາລາວແມ່ນຫຍັງ?

ໃນຫລາຍໆເຫດການທີ່ເຮົາໄດ້ໃຊ້ໃນການເວົ້າການລົມກັນ ແລະ ການທີ່ໄດ້ຍິນຈາກຂ່າວສານຕ່າງໆ ທັງຂ່າວສານຈະປະເທດໄທ ແລະ ປະເທດລາວເຮົາເອງ, ບາງຄຳສັບກໍ່ໃຊ້ຄ້າຍຄືກັນບາງຄຳສັບກໍ່ຕ່າງກັນ ຫລື ການເວົ້າທີ່ບໍ່ຄືກັນແຕ່ຄວາມໝາຍອັນດຽວກັນສະນັ້ນໃນຕອນນີ້ເຮົາຈະມາເວົ້າບາງຄຳສັບ ລາວ-ໄທ ເຊັ່ນ ທ່າອ່ຽງ ຫລື ແນວໂນ້ມ.

ໃນຈ່ຳນວນຄຳສັບບາງຄຳສັບທີ່ເຮົາຢາກສື່ເຖິງເຫດການ, ປາກົດການ ແລະສິ່ງໃດໜຶ່ງທີ່ມີຄວາມໜັກອຽງໄປຂ້າງໃດຂ້າງໜຶ່ງ ໃນພາສາລາວ-ໄທມີການໃຊ້ແຕກຕ່າງກັນຄື, ພາສາລາວໃຊ້ຄຳວ່າ “ທ່າອ່ຽງ“ ໂດຍປະສົມຈາກສອງຄຳຄື:

#ທ່າ ແປວ່າ ລັກສະນະ, ວາດຊົງ, ໂອກາດ, ແບບແຜນ, ແນວທາງ,

#ອ່ຽງ ພ້ຽນສຽງມາຈາກເຄົ້າສັບ “ອຽງ” ແປວ່າ ຂ້ອນໄປຂ້າງໃດຂ້າງໜຶ່ງ, ບໍ່ຕົງ, ບ່ຽງ, ງ່ຽງ.

ເມື່ອປະສົມກັນຈຶ່ງໄດ້ຄຳວ່າ “ທ່າອ່ຽງ“ ແປວ່າ ລັກສະນະທີ່ຂ້ອນໄປຂ້າງໃດຂ້າງໜຶ່ງ, ທ່າທາງອຽງໄປຂ້າງໃດໜຶ່ງ, ເບື້ອງໜຶ່ງໜ້ອຍເບື້ອງໜຶ່ງຫຼາຍ.

ເວົ້າລາວກັນ

#ພາສາໄທໃຊ້ຄຳວ່າ: “แนวโน้ม”

ປະສົມຈາກສອງຄຳ #แนว ທາງ, ແບບແຜນ ເຊັ່ນ ນຳແນວ, ແນວທາງ…,#โน้ม ແປວ່າ ອ່ອນໄປ, ອຽງໄປ… ປະສົມກັນຈຶ່ງໄດ້ຄຳວ່າ “แนวโน้ม” ໄດ້ຄວາມໝາຍວ່າ ລັກສະນະທີ່ຂ້ອນໄປຂ້າງໃດຂ້າງໜຶ່ງ, ທ່າທາງອຽງໄປຂ້າງໃດໜຶ່ງ, ເບື້ອງໜຶ່ງໜ້ອຍເບື້ອງໜຶ່ງຫຼາຍ.
ຄຳວ່າ: ທ່າອ່ຽງ ຄວາມໝາຍໃນພາສາລາວແມ່ນຫຍັງ?
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido

ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING