12 Jul
12Jul

ຄຳວ່າ “ສຳຜັດ” “ສຳພັດ” ຈະສະກົດແນວໃດໃນພາສາລາວຈິ່ງຈະຖືກຕ້ອງ.

ການສະກົດຜິດໆຖືກໆໃນພາສາລາວຍັງປະກົດເຫັນຫລາຍຢູ່ໃນສັງຄົມລາວເປັນຕົ້ນກໍ່ແມ່ນໃນສື່ສັງຄົມອ່ອນລາຍຕ່າງໆ, ຫລື ໜັງສືພິມບາງສຳນັກເອງກໍຍັງສະກົດ ຫລື ພິມ ບາງຄຳສັບໃນພາສາລາວອອກມາບໍ່ຖືກຕາມຫລັກການໄວຍາກອນຂອງພາສາລາວ, ເຊິ່ງໃນຈຸນີ້ກໍຕ້ອງໄດ້ປັບປຸງໃຫ້ດີກວ່າເກົ່າອີກເພື່ອຄວາມຖືກຕ້ອງໃນການໃຊ້ສັບບໍ່ໃຫ້ມີການຜິດຜ້ຽນຈະຄວາມໝາຍທີ່ຢາກຈະສື່ອອກມາ.

DooDiDo

ໃນພາສາລາວ ຄຳວ່າ ສຳຜັດ ແລະ ສຳພັດ ກໍ່ເປັນອີກຄຳໜຶ່ງທີ່ຫລາຍໆຄົນມັກສະກົດຜິດ, ສາຍເຫດກໍອາດຈະຍ້ອນວ່າເປັນຄຳທີ່ອອກສຽງຄ້າຍຄືກັນຫລາຍຈົນເຮັດໃຫ້ຫລາຍໆຄົນສະກົດຄຳນີ້ຜິດໄປຈາກເດີມເພາະການອອກສຽງລະຫວ່າງອັກສອນຕົວ ຜ ແລະ ພ, ເຊິ່ງຄຳວ່າ ສຳຜັດ ນີ້ຄວນຈະສະກົດໃຫ້ຖືກແບບນີ້ ແລະ ມີຄວາມໝາຍແມ່ນໝາຍເຖິງການແຕະຕ້ອງກັນ, ການທີ່ໄດ້ສຳຜັດເຂົ້າເຖິງຄວາມຮູ້ສືກທັງພາຍໃນ ແລະ ພາຍນອກ ຫລື ເວົ້າໄດ້ວ່າແມ່ນສິ່ງທີ່ຮູ້ສຶກໄດ້ທາງອະໄວຍະວະທັງ 5 ແລະ ຄວາມຮູ້ສຶກທາງໃຈ.
ຄຳວ່າ ສຳຜັດ.
ແມ່ນ ເຄົ້າມາຈາກປາລີ-ສັນສະກິດ (ສັມຜັສສ) ໝາຍເຖິງການແຕະຕ້ອງ, ການຊູນກັນ, ສິ່ງທີ່ຮູ້ສຶກໄດ້ທາງອະໄວຍະວະທັງ 5 ແລະຄວາມຮູ້ສຶກທາງໃຈ.
ອີກຄວາມໝາຍໜຶ່ງແມ່ນ ສຽງຄ້ອງຈ່ອງກັນໃນກາບກອນ ມີສຳຜັດໃນ ແລະສຳຜັດນອກ.
ສຳຜັດ ຈະໃຊ້ສຳລັບການໄດ້ເຫັນ, ໄດ້ຍິນ, ໄດ້ດົມກິ່ນ, ໄດ້ຊີມ, ໄດ້ຈັບບາຍ ແລະໄດ້ຮູ້ສຶກທາງຈິດໃຈ.
ຕົວຢ່າງ:
– ລອງມາສຳຜັດດ້ວຍຕົວເອງຈະຮູ້ສຶກ.
– ສຳຜັດກັບບັນຍາກາດທີ່ແສນສະບາຍ.
– ຂ້ອຍສຳຜັດໄດ້ເຖິງຄວາມຮັກທີ່ເຈົ້າມີໃຫ້…
– ສຳຜັດມືເຈົ້າຮູ້ສຶກອົບອຸ່ນ.
– ຢາກໄປສຳຜັດກັບບັນຍາກາດເກົ່າໆ.
ສຳຜັດ ແລະ ສຳພັດ ເຮົາຄວນຈະສະກົດຄຳໃດແທ້ຈິ່ງຈະຖືກ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido

ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING